ເກີດເຫດໄຟໄໝ້ເຮືອນຫ້ອງແຖວຂອງປະຊາຊົນຢູ່ບ້ານຮ່ອງແກ

ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ມອດໄຟນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຊົ້າວັນທີ 17 ກັນຍານີ້, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນຢູ່ບ້ານຮ່ອງແກເມືອງໄຊເສດຖານະຄອນຫລວງວຽງຈັນ, ເຊິ່ງເປັນເຮືອນຫ້ອງແຖວ 2 ຊັ້ນ ມີ 3 ຫ້ອງອອກຊື່ເຈົ້າຂອງຄື: ນາງ ວົງເພັດ ອາຍຸ 52 ປີ ແລະ ໄຟໄດ້ລຸກໄໝ້ໄປໃສ່ເຮືອນປະຊາຊົນອີກ 2 ຫລັງຢູ່ໃກ້ຄຽງໄດ້ຮັບຄວາມເສຍຫາຍ, ຊຶ່ງກໍາລັງເຈົ້າໜ້າທີ່ມອດໄຟໄດ້ໃຊ້ລົດນໍ້າເຖິງ 6 ຄັນ ແລະ ໃຊ້ເວລາກວ່າ 1 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ແລະ ໄດ້ສົ່ງຜົນກະທົບໃຫ້ 4 ຄອບຄົວ ໄດ້ຮັບຄວາມເສຍຫາຍ ແລະ ຜູ້ເປັນເຈົ້າຂອງເຮືອນໄດ້ຮັບບາດເຈັບຈາກໄຟລວກ, ສ່ວນສາເຫດຂອງການເກີດອັກຄີໄຟໃນຄັ້ງນີ້ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

