ດີເຄ ເອັຟຊີ ຖະຫລົ່ມ ເອັສທີທີ ເອັຟຊີ 3-0 ລຸ້ນເຂົ້າຮອບ 4 ທີມທິດນີ້

ໃນວັນທີ 19 ກັນຍາຜ່ານມາ ທີ່ສະໜາມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໂມສອນ ດີເຄ ເອັຟຊີ ລົງສະໜາມນັດຕົກຄ້າງຖະຫລົ່ມ ສະໂມສອນ ເອັສທີທີ ເອັຟຊີ 3-0 ລຸ້ນເຂົ້າຮອບ 4 ທີມອາທິດນີ້ ຂອງການແຂ່ງຂັນບານເຕະດີວີຊັນ 1 ຫລື ບານເຕະສາຍ ກ.
ການແຂ່ງຂັນບານເຕະສາຍ ກ ໄດ້ດໍາເນີນມາຮອດຮອບ 4 ທີມ ເຊິ່ງແຕ່ລະສະໂມສອນໄດ້ລົງສະໜາມຄົບ 4 ຄັ້ງ ໂດຍຍັງເຫລືອແຕ່ 1 ຄັ້ງເທົ່ານັ້ນກໍຈະໄດ້ຮູ້ວ່າທີມໃດຜ່ານເຂົ້າຮອບ 4 ທີມສຸດທ້າຍ. ສໍາລັບນັດຕົກຄ້າງລະຫວ່າງ ສະໂມສອນ ດີເຄ ເອັຟຊີ ຖະຫລົ່ມ ສະໂມສອນ ເອັສທີທີ ເອັຟຊີ 3-0 ຈາກການຍິງຂອງທ້າວ ວັນນະສອນ ດວງໄມຕີ ຍິງຄົນດຽວ 3 ປະຕູ ເຮັດໃຫ້ ດີເຄ ເອັຟຊີ ມີເພີ່ມເປັນ 10 ຄະແນນ ແຊງ ປກສ ຂຶ້ນເປັນອັນດັບ 1 ກຸ່ມ ຍັງເຫລືອນັດສຸດທ້າຍພົບກັບ ສະໂມສອນ ອີໂວ ຢູໄນເຕັດ ແຂ່ງຂັນວັນເສົາ 22 ກັນຍາ 2018 ເວລາ 9:00 ໂມງ ຢູ່ສະໜາມຫຍ້າທຽມ ສຕລ ເຊິ່ງເປັນນັດທີ່ສໍາຄັນ ຖ້າສະໂມສອນ ດີເຄ ເອັຟຊີ ຊະນະ ສະໂມສອນ ອີໂວ້ ຢູໄນເຕັດ ແມ່ນຜ່ານເຂົ້າຮອບ 4 ທີມສຸດທ້າຍ ແຕ່ຖ້າເສຍໃຫ້ ສະໂມສອນ ອີໂວ ຢູໄນເຕັດ ແມ່ນຕົກຮອບເລີຍ.
ການແຂ່ງຂັນບານເຕະ ສາຍ ກ ມີ 11 ສະໂມສອນ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມເອ ປະກອບມີ: ປກສ ເອັຟຊີ, ອີໂວ ຢູໄນເຕັດ, ດີເຄ ເອັຟຊີ, ເຄພີເອັສ ເອັຟຊີ, ທຣີນີຕີ ເອັຟຊີ, ເອັສທີທີ ເອັຟຊີ. ສ່ວນກຸ່ມບີ ປະກອບມີ: ວຽງຈັນ ຢູໄນເຕັດ, ກອງທັບ ເອັຟຊີ, ແບລາວ ເອັຟຊີ, ລາວທ໋ອບ ເອັຟຊີ, ບີເອັສວີ ເອັຟຊີ.

