ຮອບຊີງຂັນຄຣາວສະເບີກ ວິກຕໍລີ ຄຣັບ 2018 ອາທິດນີ້

ການແຂ່ງຂັນບານເຕະຊາຍ ຊີງຂັນ ຄຣາວສະເບີກ ວິກຕໍລີ ຄຣັບ 2018 (CARLSBERG VICTORY CUP 2018) ໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມປະສານໃຈ ພົບກັບ ທີມທາເກັດ ໃນຮຸ້ນອາຍຸ 38 ປີຂຶ້ນໄປ ແລະ ສະໂມສອນ ເອັສທີທີ ເອັຟຊີ ພົບ ສະໂມສອນ ດັບເບີ້ນທີ ໃນຮຸ້ນຊາວໜູ່ມອາຍຸ 22 ປີຂຶ້ນໄປອາທິດນີ້.
ສໍາລັບການແຂ່ງຂັນຮອບຊີງຊະນະເລີດ ທັງ 2 ຮຸ້ນ ຈະເລີ່ມຂຶ້ນໃນວັນທີ 15 ກັນຍາ 2018 ທີ່ເດີ່ນໃນຮົ່ມຫຍ້າທຽມ ວິກຕໍລີ ເວລາ 15:00 ໂມງ ໃນຮຸ້ນອາຍຸ 38 ປີຂຶ້ນໄປ ເປັນການພົບກັນລະຫວ່າງ ທີມບານເຕະ ປະສານໃຈ ກັບ ທີມບານເຕະ ທາເກັດ ແລະ ຄູ່ຊີງອັນດັບ 3 ໃນຮຸ່ນນີ້ ເວລາ 11:00 ໂມງ ເປັນການພົບກັນລະຫວ່າງ ສະໂມສອນ ປະສານມິດ ພົບກັບ ສະໂມສອນ ບໍ່ໂອ ອໍສະຕາ. ຂະນະທີ່ ຮຸ້ນອາຍຸ 22 ປີຂຶ້ນໄປ ຄູ່ຊີງຊະນະເລີດ ເປັນການພົບກັນລະຫວ່າງ ສະໂມສອນ ເອັສທີທີ ເອັຟຊີ ກັບ ສະໂມສອນ ດັບເບີ້ນທີ ເວລາ 13:00 ໂມງ ແລະ ຄູ່ຊີງອັນດັບ 3 ໃນຮຸ້ນນີ້ ເວລາ 10:00 ໂມງ ເປັນການພົບກັນລະຫວ່າງ ສະໂມສອນ ບີ ແອເຢັນ ກັບ ສະໂມສອນ ອາຊາ. ນອກຈາກນັ້ນ ໃນນັດຊີງຊະນະເລີດຍັງມີການແຂ່ງຂັນຄູ່ພິເສດນຳອີກ ໂດຍເປັນການພົບກັນລະຫວ່າງ ສະໂມສອນ ລວມເພື່ອນໃຈດີ ກັບ ສະໂມສອນ ຊີອີໂອ ກຣຸບ ເວລາ 14:00 ໂມງ.
ການແຂ່ງຂັນບານເຕະຊາຍ ຊີງຂັນ ຄຣາວສະເບີກ ວິກຕໍລີ ຄຣັບ 2018 ໄດ້ເລີ່ມແຂ່ງຂັນໃນວັນທີ 27 ກໍລະກົດ ຫາ ກາງເດືອນກັນຍາ 2018 ໂດຍຮຸ້ນອາຍຸ 38 ປີຂຶ້ນໄປ ມີທີມເຂົ້າຮ່ວມທັງໝົດ 8 ທີມ ແລະ ຮຸ້ນຊາວໜຸ່ມທົ່ວໄປ 22 ປີຂຶ້ນໄປ ມີທັງໝົດ 5 ທີມ.

