ຮອງນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 15

ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ພ້ອມດ້ວຍຄະນະ ແລະ ນັກທຸລະກິດລາວໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 15 ທີ່ໜານໜິງແຂວງກວາງຊີ ສປຈີນ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້.
ໃນພິທີທ່ານ ສົມດີ ກ່າວວ່າ: ງານວາງສະແດງສິນຄ້າ ຈີນ-ອາຊຽນຄັ້ງນີ້, ສອດຄ່ອງກັບເສັ້ນທາງໃໝ່ແຫ່ງນະວັດຕະກໍາສະຕະວັດທີ 21 ເພື່ອສົ່ງເສີມຈີນ-ອາຊຽນ ແລະ ການສະເຫລີມສະຫລອງປີແຫ່ງການເປັນຄູ່ຮ່ວມຍຸກທະສາດ ຈີນ-ອາຊຽນ. ດັ່ງນັ້ນ, ຈຶ່ງເປັນໂອກາດອັນດີທີ່ຈະສືບຕໍ່ການຮ່ວມມືທາງດ້ານຂົງເຂດເຕັກໂນໂລຊີທີ່ທັນໄໝໃນຍຸກດິຈີຕອນ, ການຄ້າທາງເອເລັກໂຕນິກ, ການຈັດຕັ້ງປະຕິບັດຕ່າງໆທາງດ້ານນິຕິກໍາໃຫ້ເປັນລະບົບ. ປັດຈຸບັນການນໍາໃຊ້ຄວາມກ້າວໜ້າທາງນະວັດຕະກໍາ ແລະ ເຕັກນິກໂນໂລຊີທີ່ທັນໄໝໄດ້ເຂົ້າມາມີບົດບາດສໍາຄັນໃນການຜະລິດການຄ້າຂາຍ, ຂັບເຄື່ອນການຂະຫຍາຍຕົວທາງດ້ານເສດຖະກິດໃນພາກພື້ນ.
ອາຊຽນໄດ້ມີຄວາມພະຍາຍາມກະກຽມຄວາມພ້ອມພື້ນຖານ, ໂດຍເອົາໃຈໃສ່ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມສາມາດແຂ່ງຂັນ, ໂດຍການນໍາໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີທີ່ທັນໄໝ ເພື່ອຫລຸດຜ່ອນຕົ້ນທຶນປະຢັດເວລາ, ມີຄວາມວ່ອງໄວທັນໃຈ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ດັ່ງນັ້ນ, ບັນດາຜູ້ນໍາອາຊຽນ ຈຶ່ງໄດ້ຮັບຮອງເອົາຖະແຫລງການນະວັດຕະກໍາສຸດຍອດໃນປີນີ້. ອາຊຽນກໍາລັງປະເມີນກະກຽມຄວາມພ້ອມສໍາລັບປະຕິບັດອຸດສາຫະກໍາ 4.0 ເພື່ອປັບຕົວນໍາໃຊ້.
ສປປ ລາວ ກໍກໍາລັງກະກຽມຄວາມພ້ອມ ເພື່ອສາມາດປັບຕົວເຂົ້າກັບຍຸກໂລກາພິວັດໃນອຸດສາຫະກໍາ 4.0 ເປັນຕົ້ນໄດ້ມີແຜນຍຸດທະສາດແຫ່ງຊາດ ແລະ ປະຕິບັດງານດ້ານການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສ້າງຕິກໍາຕ່າງໆ, ພັດທະນາຊັບພະກອນມະນຸດ ແລະ ຮ່ວມມືກັບສາກົນທີ່ສອດຄ່ອງກັບແຜນການຍຸດທະສາດ ແລະ ນະໂຍບາຍຂອງລາວ. ເຖິງຢ່າງໃດກໍຕາມ ໃນອາຊຽນກໍ່ມີຄວາມແຕກໂຕນກັນຫລາຍ ທາງດ້ານການພັດທະນາເສດຖະກິດ ແລະ ພື້ນຖານໂຄງລ່າງການຜະລິດ ໃນການປະຕິບັດຕົວຈິງຈຶ່ງຕ້ອງໄດ້ຄໍານຶງເຖິງເງື່ອນໄຂຂອງແຕ່ລະປະເທດ. ສໍາລັບອາຊຽນ ກໍຄື ສປປ ລາວ ຍັງມີສິ່ງທ້າທາຍດ້ານການພັດທະນາ, ຕໍ່ຜູ້ປະກອບການນະວັດຕະກໍາ ກໍມີຂໍ້ຈໍາກັດຂາດທັກສະສະເພາະດ້ານບຸກຄາລະກອນ, ເຊິ່ງມີຄ່າໃຊ້ຈ່າຍສູງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຄູ່ຮ່ວມມືກໍຄື ສປ ຈີນ ທີ່ມີປະສົບການ ແລະ ເຕັກໂນໂລຊີສູງ ໃຫ້ສືບຕໍ່ຊ່ວຍເຫລືອອາຊຽນ ກໍຄື ສປປ ລາວ. ໃນຂະນະທີ່ ສປ ຈີນ ກໍພ້ອມໃຫ້ການຊ່ວຍເຫລືອດ້ານຕ່າງໆໃນພັດທະນາ.
ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15, ສປປ ລາວ ມີ 82 ຮ້ານເຂົ້າຮ່ວມ, ເຊິ່ງສ່ວນໃຫຍ່ກໍແມ່ນເຟີນີເຈີປະເພດໄມ້ ແລະ ເຄື່ອງແກະສະຫລັກ. ບັນດາປະເທດອາຊຽນ ແລະ ປະເທດຕາມແລວທາງສາຍໄໝ ກໍໄດ້ເຂົ້າຮ່ວມ, ໂດຍມີສິນຄ້າ ປະເພດໂອດອບຂອງແຕ່ລະປະເທດ, ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 15 ໄຂຂຶ້ນທາມກາງ ສປ ຈີນ ກໍາລັງສະຫລອງຜົນສໍາເລັດ 40 ປີ ນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ໃນມື້ດຽວກັນ, ກໍໄດ້ມີພິທີເຊັນສັນຍາໂຄງການຮ່ວມມື ລະຫວ່າງ ຫໍພິພິທະພັນໜານໜິງ ແລະ ຫໍພິພິທະພັນແຫ່ງຊາດລາວ.

