ຕວັກກີ ປະກາດປິດປະເທດສະກັດກັ້ນການແຜ່ລະບາດໂຄວິດ-19

ຂປລ.ຕາມ​ຂ່າວ​ຈາກ ​ນະຄອນຫລວງ ອັງກາ​ລາ,ລັດຖະບານ ​ຕວັກ​ກີ ປະກາດ​ ມາດ​ຕະການ​ ປິດ​ປະ​ເທດ ຢ່າງ​ເຕັມ​ຮູບ​ແບບ ຕັ້ງ​ແຕ່​29​ເມສາ ​ຫາ 17ພຶດສະພານີ້ ​ເພື່ອ​ຄວບ​ຄຸມ​ ການ​ແຜ່​ລະບາດ ​ໂຄ​ວິດ-19 ລວມທັງ ​ການ​ຮຽນ ​ການ​ສອນ​ ທາງ​ອອນ​ລາຍ, ຫ້າມ​ການ​ເດີນທາງ ​ອອກ​ນອກ​ເມືອງ ຫາກ​ບໍ່​ມີ​ ຄວາມ​ຈຳ​ເປັນ ​ແລະ ບໍ່​ມີ​ໃບ​ອະນຸຍາດ ພ້ອມ​ທັງ ປິດ​ສະຖາ​ນ ປະ​ກອບ​ການ ​ບໍ່​ຈຳ​ເປັນ, ​ແຕ່​ຮ້ານ​ຊັບ​ພະ​ສິນຄ້າ ຈະ​ປິດ​ທຸກ​ວັນ ​ອາທິດ.ສຳລັບ ​ຜູ້​ຝ່າຝືນ ຕ້ອງ​ຮັບ​ໂທດ​ໜັກ ​ຕາມ​ກົດໝາຍ. ປັ​ດຈຸ​ບັນ ຕວັກ​ກີ ມີ​ຜູ້​ຕິດ​ເຊື້ອ​ ສະສ​ົມ 4,6ລ້ານ​ຄົນ, ປິ່ນປົວ​ດີ​ແລ້ວ 4,1 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ ປະມານ 38.700ຄົນ./.
ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ