ລາວ ຕ້ານບໍ່ໄຫວເສຍໃຫ້ UAE 3-0

ໃນວັນທີ 11 ກັນຍານີ້ ທີມຊາດລາວ ລົງສະໜາມອຸ່ນເຄື່ອງເສຍໃຫ້ແກ່ ທີມຊາດ UAE 3-0 ທີ່ປະເທດສະເປນ ກ່ອນຈະເດີນທາງເຂົ້າຮ່ວມລາຍການແຂ່ງຂັນ Bangabandhu Gold Cup 2018 ທີ່ປະເທດບັງກະລາເທດ ຈັດຂຶ້ນຕົ້ນເດືອນຕຸລານີ້ ແລະ ກຽມເຂົ້າຮ່ວມແຂ່ງຂັນ ຊູຊຸກິ ຄັບ 2018.
ທ້າວ ສຸກອາພອນ ວົງຈຽງຄໍາ ນັກກິລາທີມຊາດລາວ ໃຫ້ສໍາພາດວ່າ: ການລົງສະໜາມຄັ້ງນີ້ ຖືວ່າພວກເຮົາເຮັດດີພໍສົມຄວນ ພາຍຫລັງທີ່ໄດ້ເດີນທາງຮອດປະເທດສະເປນໃນວັນທີ 7 ກັນຍາຜ່ານມາ ພວກເຮົາກໍເລີ່ມລົງສະໜາມກຽມພ້ອມທາງດ້ານຮ່າງກາຍ ແຕ່ການລົງສະໜາມເສຍໃຫ້ກັບ ທີມຊາດ UAE 3-0 ນີ້ ພວກເຮົາຍັງຂາດຄວາມເຂົ້າໃຈບາງເລັກຫນ້ອຍທີ່ຈະປັບປຸງໃຫ້ເຂົ້າກັນ ແລະ ຕົນເອງເຊື່ອວ່າ ການຝຶກຊ້ອມແບບນີ້ອີກບໍ່ດົນຄວາມເຂົ້າໃຈຂອງທີມຕ້ອງດີຂຶ້ນກວ່າເກົ່າ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນ Bangabandhu Gold Cup 2018 ທີ່ປະເທດ ບັງກະລາເທດ ລະຫວ່າງວັນທີ 1-12 ຕຸລາ 2018 ເຊິ່ງມີ 6 ປະເທດ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ເອ: ເນປານ, ປາແລສຕິນ ແລະ ທາຈິກິດສະຖານ; ກຸ່ມ ບີ: ບັງກະລາເທດ, ລາວ, ຟີລິບປິນ.
ສຳລັບການແຂ່ງຂັນ Suzuki Cup 2018 ຂອງທີມຊາດລາວ ຖືກຈັດຢູ່ ກຸ່ມເອ ປະກອບມີ: ຫວຽດນາມ, ມາເລເຊຍ, ມຽນມາ, ກຳປູເຈຍ ແລະ ລາວ ແລະ ຈະລົງສະໜາມ 4 ຄັ້ງຄື: ວັນທີ 8 ພະຈິກ 2018 ນີ້ ພົບ ທີມຊາດຫວຽດນາມ ແຂ່ງຂັນຢູ່ສະໜາມກິລາແຫ່ງຊາດຫລັກ 16, ວັນທີ 12 ພະຈິກນີ້ ພົບທີມຊາດມາເລເຊຍ ແຂ່ງຂັນຢູ່ສະໜາມ Bukit Jalil National Stadium, ວັນທີ 16 ພະຈິກ ພົບ ທີມຊາດມຽນມາ ແຂ່ງຂັນຢູ່ສະໜາມກິລາແຫ່ງຊາດຫລັກ 16, ວັນທີ 20 ພະຈິກ ພົບ ທີມຊາດກຳປູເຈຍ ແຂ່ງຂັນຢູ່ສະໜາມ National Olympic Stadium, Phnom Penh.

