ສະເປີ ກຽມດຶງກອງກາງຈາກ ແມັກຊິກໂກ ມາເພີ່ມລະດູການໜ້າ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະໂມສອນສະເປີ ສະໂມສອນດັງໃນລີກອັງກິດ ກຽມດຶງກອງກາງທີ່ມີທັກສະການຫລິ້ນບານທີ່ເປັນເອກະລັກຈາກປະເທດແມັກຊີກໂກ ເພື່ອມາເສີມທັບໃນຕົ້ນປີໜ້ານີ້.
ເມົາຣີຊີໂອ ໂປເຊຕິໂນ ຜູ້ຈັດການທີມສະໂມສອນສະເປີ ບໍ່ສາມາດດຶງຜູ້ຫລິ້ນໜ້າໃໝ່ເຂົ້າມາເສີມສະໂມສອນໄດ້ເລີຍຕະຫລອດໄລຍະລະດູການຜ່ານມາ ຈົນໃຫ້ເກີດສຽງວິພາກວິຈານຕ່າງໆນາໆກ່ຽວກັບໂອກາດການລຸ້ນແຊ້ມໃນລະດູການນີ້.
ຫລ້າສຸດສໍານັກຂ່າວສື່ດັງໄດ້ອອກຂ່າວວ່າ: ຜູ້ຈັດການທີມ ໄດ້ວາງແຜນທີ່ຈະອັບເກດຜູ້ຫລິ້ນຕໍາແໜ່ງກອງກາງໃຫ້ມີຄວາມແຂງແກ່ນຍິ່ງຂຶ້ນ ດ້ວຍການຕັ້ງເປົ້າໝາຍໄປທີ່ ເອເຕີເອເຣຣາ ອາຍຸ 28 ປີ ນັກເຕະທີມຊາດແມັກຊີໂກ ທີ່ສະແດງຄວາມສາມາດໂດດເດັ່ນບານເຕະໂລກ 2018. ທັງນີ້ ຄາດວ່າ ເອເຣຣາ ອາດຈະເຂົ້າມາແທນ ມູຊາ ເດມເບເລ ທີ່ອາດຈະໝົດສັນຍາກັບສະໂມສອນສະເປີ ໃນຊ່ວງເປີດຕະຫລາດຊື້ຂາຍນັກເຕະຮອບ 2 ໃນເດືອນມັງກອນ 2019.

