ວິລເຊຍ ເຊັນສັນຍາທີມໃນລີກເດນມາກ ຫລັງບໍ່ມີສັງກັດມາ 8 ເດືອນ

ແຈັກ ວິລເຊຍ ອະດີດກອງກາງຂອງອາເຊນອລ ໄດ້ສັງກັດໃຫມ່ແລ້ວ ຫລັງບໍ່ມີສັງກັດມາ 8 ເດືອນ ຫລັງໄດ້ເຊັນສັນຍາກັບ ເອຈີເອຟ ອາຮຸສ ທີມໃນລີກເດນມາກຮຽບຮ້ອຍ.

ແຈັກ ວິລເຊຍ ອະດີດກອງກາງຂອງ ອາເຊນອລ ທີມດັງໃນພຣີເມຍລີກ ອັງກິດ ໄດ້ຕົ້ນສັງກັດໃຫມ່ຮຽບຮ້ອຍແລ້ວ ຫລັງເຊັນສັນຍາກັບ ເອຈີເອຟ ອາຮຸສ ທີມໃນລີກເດນມາກເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນອາທິດທີ່ຜ່ານມາ ຫລັງກາຍເປັນນັກເຕະບໍ່ມີສັງກັດມາຢ່າງຍາວນານເຖິງ 8 ເດືອນ ນັບຕັ້ງແຕ່ຫມົດສັນຍາກັບ ບອນມັສ ທີມໃນ ລີກ 2 ຂອງອັງກິດ ເມື່ອພຶດສະພາປີກາຍ ໂດຍໄດ້ເຊັນສັນຍາໄລຍະສັ້ນຈົນເຖິງລະດູການນີ້ ພ້ອມເງື່ອນໄຂຂະຫຍາຍສັນຍາອອກໄປ ແລະ ຈະໃສ່ເສື້ອເບີ 10 ລົງຫລິ້ນໃຫ້ຕົ້ນສັງກັດໃຫມ່.

ວິລເຊຍ ອາຍຸ 30 ປີ ເຊິ່ງລົງຫລິ້ນໄປພຽງ 36 ເກມເທົ່ານັ້ນ ນັບຕັ້ງແຕ່ຍ້າຍອອກຈາກ ອາເຊນອລ ເມື່ອປີ 2018 ແຕ່ກັບມາຊ້ອມຮ່ວມກັບທີມອາເຊນອລ ເພື່ອຮັກສາຄວາມສົມບູນໃນໄລຍະທີ່ມີສັງກັດ ລວມເຖິງຊ່ວຍທີມງານເກ່ົາໃນຖານະຄູເຝິກໄປໃນຕົວນັ້ນ ໄດ້ກ່າວກວ່າ : ‘‘ ຊີວິດການເປັນນັກເຕະບານຂອງຂ້ອຍ ເດີນທາງມາເຖິງຈຸດທີ່ຂ້ອຍຕ້ອງກັບໄປເລີ່ມຕົ້ນໃຫມ່ອີກເທື່ອຫນຶ່ງ ຫລັງຜ່ານໄລຍະເວລາທີ່ຍາກລຳບາດມາ ແລະ ເອຈີເອຟ ກໍສະເຫນີໂອກາດໃຫ້ກັບຂ້ອຍ ເຊິ່ງຂ້ອຍກໍຂໍຂອບໃຈພວກເຂົາຫລາຍໆ ແລະ ຂ້ອຍຈະເຮັດທຸກຢ່າງໃຫ້ເຕັມທີ່ ເພື່ອສ້າງຜົນງານໃຫ້ໄດ້ຕາມທີ່ສະໂມສອນຄາດຫວັງໄວ້ ’’.

ສຳລັບ ເອຈີເອຟ ອາຮຸສ ນັ້ນ ປັດຈຸບັນຄອງອັນດັບ 7 ຂອງຊຸບເປີລີກາ ລີກສູງສຸດຂອງເດນມາກ ແລະ ມີ ສະຕິກ ອິງເກ ອະດີດກອງຫລັງລີເວີພູລ ແລະ ທີມຊາດນໍເວ ເປັນຜູ້ອຳນວຍການບານເຕະຂອງສະໂມສອນ ໂດຍເຂົ້າມາຮັບຕຳແຫນ່ງຕັ້ງແຕ່ປີ 2021 ທີ່ຜ່ານມາ.