ອາເມລິກາທຸ້ມງົບ 4,7 ພັນລ້ານໂດລາ ຊ່ວຍເຫລືອກະສິກອນຈາກຜົນກະທົບ ການຄ້າ

ກະຊວງກະສິກຳອາເມລິກາ ເປີດເຜີຍວ່າ: ກະຊວງມີໂຄງການໃຫ້ການຊ່ວຍເຫລືອກະສິກອນ ເຊິ່ງລວມທັງການມອບເງິນໂດຍກົງ ຈຳນວນ 4,7 ພັນລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຜົນກະທົບທີ່ກະສິກອນອາເມລິກາໄດ້ຮັບຈາກການທີ່ປະເທດຄູ່ຄ້າໃຊ້ມາດຕະການທາງພາສີຕອບໂຕ້ສິນຄ້າສົ່ງອອກຈາກອາເມລິກາ.
ທັງນີ້, ເງິນຊ່ວຍເຫລືອຈຳນວນ 3,6 ພັນລ້ານໂດລາ ຈະມອບໃຫ້ກະສິກອນທີ່ປູກຖົ່ວເຫລືອງ ເນື່ອງຈາກຜ່ານມາ ຈີນເປັນຜູ້ຊື້ຖົ່ວເຫລືອງທີ່ສົ່ງອອກຈາກອາເມລິກາປະມານ 60%, ແຕ່ປັດຈຸບັນ ຈີນໄດ້ຢຸດຄຳສັ່ງຊື້ນັບແຕ່ໄດ້ເຮັດສົງຄາມການຄ້າກັບອາເມລິກາ.
ນອກຈາກນີ້ ກຸ່ມກະສິກອນທີ່ໄດ້ຮັບການຊ່ວຍເຫລືອທາງການເງິນ ຍັງລວມທັງກະສິກອນທີ່ປູກເຂົ້າຟ່າງ, ເຂົ້າສາລີ ແລະ ຝ້າຍ ລວມທັງຜູ້ລ້ຽງໝູ ແລະ ຜູ້ຜະລິດນົມ ໂດຍກະສິກອນຈະຕ້ອງສະແດງຫລັກຖານການຜະລິດທາງກະສິກອນ ເພື່ອຮັບເງິນຊ່ວຍເຫລືອ ຈຳກັດບຸກຄົນລະບໍ່ເກີນ 125.000 ໂດລາ.

