ຫລາຍປະເທດປະນາມການ ຂຶ້ນພາສີຂອງອາເມລິກາ

ຫລາຍປະເທດທີ່ໄດ້ຮັບຜົນກະທົບຈາກມາດຕະການຂຶ້ນພາສີນຳເຂົ້າເຫລັກ ແລະ ອາລູມີນຽມຂອງອາເມລິກາຕ່າງປະນາມລັດຖະບານອາເມລິກາ ແລະ ອອກມາດຕະການຕອບໂຕ້.
ມາດຕະການຂອງລັດຖະບານອາເມລິກາໃນການຂຶ້ນພາສີນຳເຂົ້າເຫລັກ 25% ແລະ ອາລູມີນຽມ 10% ຈາກສະຫະພາບເອີຣົບ ຫລື EU, ການາດາ ແລະ ແມັກຊິກ ທີ່ເລີ່ມມີຜົນນັບແຕ່ວັນທີ 1 ມິຖຸນານີ້ ຖືກປະນາມຢ່າງໜັກຈາກປະເທດທີ່ໄດ້ຮັບຜົນກະທົບ. ປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ໄດ້ໂທລະສັບຫາປະທານາທິບໍດີ ໂດນັນ ທຣຳ ພ້ອມລະບຸວ່າ: ການຂຶ້ນພາສີຂອງອາເມລິການັ້ນບໍ່ຖືກກົດໝາຍ ແລະ EU ຈະມີມາດຕະການຕອບໂຕ້ອາເມລິກາຢ່າງເທົ່າທຽມກັນ.
ຂະນະທີ່ນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ຂອງການາດາ ບອກວ່າ: ການກ່າວອ້າງຂອງອາເມລິກາທີ່ວ່າ ການນຳເຂົ້າເຫລັກ ແລະ ອາລູມີນຽມຈາກຕ່າງປະເທດເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງນັ້ນ ບໍ່ອາດຈະເປັນໄປໄດ້ ແລະ ຈະຕອບໂຕ້ດ້ວຍການຂຶ້ນພາສີສິນຄ້ານຳເຂົ້າຈາກອາເມລິກາ 25% ເຊັ່ນກັນ, ສ່ວນທ່ານ ລຽມ ຟ໊ອກ ລັດຖະມົນຕີການຄ້າລະຫວ່າງປະເທດຂອງອັງກິດ ລະບຸວ່າ: ການຂຶ້ນພາສີເຖິງ 25% ຂອງອາເມລິການັ້ນເປັນເລື່ອງທີ່ບໍ່ສົມເຫດສົມຜົນ ແລະ ຍັງເປັນການປົກປ້ອງທາງການຄ້າ ເຊິ່ງຖືເປັນເລື່ອງໜ້າເສຍດາຍທີ່ອັງກິດຈະຕ້ອງຫາມາດຕະການຕອບໂຕ້ທາງການຄ້າກັບປະເທດທີ່ໄດ້ຊື່ວ່າເປັນພັນທະມິດໃກ້ຊິດທີ່ສຸດຂອງອັງກິດ, ເຊັ່ນດຽວກັບທ່ານ ລູອິຊ ໄວເກເຣ ລັດຖະມົນຕີຕ່າງປະເທດແມັກຊິກ ລະບຸວ່າ: ຈະຕອບໂຕ້ອາເມລິກາດ້ວຍການຂຶ້ນພາສີນຳເຂົ້າສິນຄ້າຈາກອາເມລິກາຫລາຍລາຍການໃນອັດຕາ 25% ເຊັ່ນດຽວກັນ.

