ຫລວງພະບາງກຽມສົ່ງ 26 ປະເພດກິລາ ເຂົ້າຮ່ວມຊຽງຂວາງເກມຄັ້ງທີ 11

ແຂວງຫລວງພະບາງກຽມສົ່ງ 26 ປະເພດກິລາເຂົ້າຮ່ວມການແຂ່ງຂັນມະຫາກໍາກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ ຄັ້ງທີ 11 ທີ່ຈະຈັດຂຶ້ນໃນທ້າຍປີນີ້ ໂດຍຕັ້ງເປົ້າຍາດຫລຽນຄໍາໃຫ້ໄດ້ທຸກປະເພດກິລາ.
ທ່ານ ຄໍາພັນ ບຸນພັກດີ ຫົວໜ້າຂະແໜງກິລາລະດັບສູງພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໃຫ້ສໍາພາດວ່າ: ການເຂົ້າຮ່ວມແຂ່ງຂັນມະຫາກໍາກິລາແຫ່ງຊາດຄັ້ງທີ 11 ນີ້ ທີ່ຈະຈັດຢູ່ແຂວງຊຽງຂວາງ ພວກເຮົາກຽມສົ່ງ 26 ປະເພດກິລາເຂົ້າຮ່ວມຄື: ແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງ, ກະຕໍ້, ເທັນນິດ, ປິ່ງປ໋ອງ, ເປຕັງ, ດອກປິກໄກ່, ລອຍນໍ້າ, ຍິງປຶນ, ໝາກເສິກ, ເທຄວັນໂດ້, ວູຊູ, ປັນຈັກສີລັດ, ຢູໂດ້, ຄາດາເຕໂດ້, ມວຍສາກົນ, ມວຍປໍ້າ, ມວຍລາຍລາວ, ຊ່ວງເຮືອ, ກ໊ອຟ, ໝາກຂ່າງ, ໜ້າເກັກ, ລົດຖີບ ແລະ ໂບລິ້ງ ດັ່ງນີ້ເປັນຕົ້ນ. ການເຂົ້າຮ່ວມຄັ້ງນີ້ພວກເຮົາຕັ້ງເປົ້າໝາຍຕ້ອງຍາດໃຫ້ໄດ້ຫລຽນຄໍາທຸກປະເພດກິລາທີ່ສົ່ງເຂົ້າ ເຊິ່ງມາຮອດປັດຈຸບັນພວກເຮົາໄດ້ຂຸ້ນຂ້ຽວຝຶກຊ້ອມຢ່າງເຕັມທີ່ ເພື່ອເຮັດໃຫ້ໄດ້ຕາມເປົ້າໝາຍທີ່ຕັ້ງເອົາໄວ້.
ສໍາລັບງານມະຫາກໍາກິລາແຫ່ງຊາດຄັ້ງທີ 10 ທີ່ແຂວງອຸດົມໄຊເປັນເຈົ້າພາບ ແຂວງຫລວງພະບາງສາມາດຍາດໄດ້ 23 ຫລຽນຄໍາ, 26 ຫລຽນເງິນ, 45 ຫລຽນທອງ.

