ອີຣານຈະບໍ່ເຈລະຈາກັບອາເມລິກາ

ຜູ້ນຳສູງສຸດຂອງອີຣານປະຕິເສດຂໍ້ສະເໜີຂອງອາເມລິກາໃນການເປີດເຈລະຈາເພື່ອປັບປຸງການພົວພັນລະຫວ່າງກັນ ທັງຍັງທ້າທາຍອາເມລິກາດ້ວຍການເປີດຕົວລູກສອນໄຟຂ້າມທະວີບຮຸ່ນໃໝ່.
ທ່ານ ອາຢາໂຕລາ ໄຊເຢັດ ອາລີ ຄາເມນີ ຜູ້ນຳສູງສຸດອີຣານ ໄດ້ປະຕິເສດຂໍ້ສະເໜີຂອງປະທານາທິບໍດີ ໂດນັລ ທຣຳ ທີ່ຕ້ອງການໃຫ້ເປີດເຈລະຈາທະວີພາຄີເພື່ອປັບປຸງການພົວພັນລະຫວ່າງກັນ ບໍ່ສະນັ້ນອີຣານຈະຕ້ອງຜະເຊີນມາດຕະການຂວ້ຳບາດທີ່ຮຸນແຮງຂຶ້ນ, ພາຍຫລັງມາດຕະການຂວ້ຳບາດຂອງອາເມລິກາຕໍ່ອີຣານຮອບໃໝ່ເລີ່ມມີຜົນໄປແລ້ວໃນອາທິດຜ່ານມາ ໂດຍມີຈຸດປະສົງເພ່ືອຈຳກັດຂອບເຂດໂຄງການນິວເຄຼຍຂອງອີຣານໃຫ້ເຂັ້ມງວດຍິ່ງຂຶ້ນ.
ນອກຈາກປະຕິເສດການເຈລະຈາແລ້ວ, ອີຣານຍັງທ້າທາຍຂໍ້ຮຽກຮ້ອງຂອງອາເມລິກາໃນການຈຳກັດຂອບເຂດໂຄງການລູກສອນໄຟຂອງອີຣານດ້ວຍການເປີດຕົວລູກສອນໄຟຂ້າມທະວີບໄລຍະໃກ້ຮຸ່ນໃໝ່ ໃນວັນທີ 13 ສິງຫານີ້ ເຊິ່ງລັດຖະມົນຕີປ້ອງກັນປະເທດກ່າວວ່າ: ອີຣານຈະເພີ່ມອຳນາດໃນການປ້ອງກັນປະເທດໃນທຸກໆດ້ານ, ຖ້າຕ້ອງຜະເຊີນກັບແຮງກົດດັນຫລາຍຂຶ້ນ.
ຂະນະທີ່ນາຍົກລັດຖະມົນຕີ ເຮດາ ອັລ ອາບາດີ ຂອງອີຣັກ ຍອມຖອຍໜຶ່ງກ້າວ ພາຍຫລັງເຄີຍປະກາດວ່າ: ຈະຍອມປະຕິບັດຕາມມາດຕະການລົງໂທດອີຣານມອບໃໝ່ຂອງອາເມລິກາ ໂດຍຫລ້າສຸດຜູ້ນຳອີຣັກກ່າວວ່າ: ລັດຖະບານຈະຍອມຮັບສະເພາະມາດຕະການຫ້າມໃຊ້ເງິນໂດລາ ໃນການເຮັດທຸລະກຳກັບອີຣານເທົ່ານັ້ນ. ທັງນີ້ ລັດຖະບານອີຣັກກຳລັງຢູ່ໃນສະຖານະການທີ່ລຳບາກໃຈ ເພາະທັງອາເມລິກາ ແລະ ອີຣານຕ່າງກໍເປັນພັນທະມິດທີ່ສຳຄັນຂອງອີຣັກ.

