ພາຍຸຂີ້ຊາຍພັດຖະຫລົ່ມປັກກິ່ງ ເຮັດໃຫ້ທັດສະນີຍະພາບການແນມເຫັນຕໍ່າກວ່າ 1 ກິໂລແມັດ

ເຊົ້າວັນທີ 15 ມີນາ ຕາມເວລາທ້ອງຖິ່ນ, ສຳນັກອຸຕຸນິຍົມວິທະຍານະຄອນຫລວງປັກກິ່ງ ຂອງຈີນ ປະກາດເຕືອນໄພພາຍຸຂີ້ຊາຍລະດັບສີເຫລືອງ ຫລື ລະດັບ 3 ຫລັງຈາກປັກກິ່ງຖືກປົກຄຸມດ້ວຍເມັດຂີ້ຊາຍເມັດຝຸ່ນ ຈົນເຮັດໃຫ້ທັດສະນີຍະພາບການແນມເຫັນຫລຸດລົງເຫລືອໜ້ອຍກວ່າ 1 ກິໂລແມັດ.
ສະໜາມບິນນາໆຊາດປັກກິ່ງ ຕ້າຊິງ ປັບໃຊ້ກົນໄກການດຳເນີນງານທັດສະນະວິໄສຕໍ່າ ເນື່ອງຈາກພາຍຸຂີ້ຊາຍເຮັດໃຫ້ໄລຍະການແນມເຫັນຢູ່ສະໜາມບິນເຫລືອພຽງ 400-800 ແມັດ ສົ່ງຜົນກະທົບຕໍ່ຫລາຍຖ້ຽວບິນ. ຂະນະທີ່ສຳນັກອຸຕຸນິຍົມ ຄາດວ່າສະພາບອາກາດຈະເປັນແບບນີ້ຈົນຮອດເວລາ 20:00 ໂມງຂອງມື້ນີ້ຕາມເວລາທ້ອງຖິ່ນ ໂດຍມີໄລຍະການແນມເຫັນດີຂຶ້ນຕາມລຳດັບ.
ລາຍງານສະພາບອາກາດລະບຸວ່າ: ເນື່ອງຈາກຜົນກະທົບຈາກພາຍຸໄຊໂຄນ ແລະ ກະແສລົມແຮງ, ພາຍຸຂີ້ຊາຍເຄື່ອນທີ່ມາເຖິງມົນທົນເຫີເປີຍທາງຕາເວັນຕົກສຽງເໜືອຂອງປັກກິ່ງໃນຄືວັນທີ 14 ມີນາ ກ່ອນເຄື່ອນທີ່ເຖິງປັກກິ່ງເຊິ່ງຢູ່ໃກ້ຄຽງ.
ສູນເຝົ້າຕິດຕາມນິເວດວິທະຍາ ແລະ ສິ່ງແວດລ້ອມເທດສະບານນະຄອນປັກກິ່ງ ເປີດເຜີຍວ່າ: ລະດັບຄວາມເຂັ້ມຂຸ້ນຂອງອະນຸພາກຝຸ່ນລະອອງຂະໜາດນ້ອຍ PM10 ໃນຫລາຍພື້ນທີ່ສູງເກີນ 2.000 ໄມໂຄຣກຣຳຕໍ່ລູກບາດເມັດ ໃນວັນທີ 15 ມີນາ. ນອກຈາກນັ້ນ ຍັງກວດພົບຄວາມເຂັ້ມຂຸ້ນສູງເຖິງ 3.572 ໄມໂຄຣກຣຳຕໍ່ລູກບາດເມດ ໃນເຂດໄຫ່ຕຽນຂອງປັກກິ່ງນຳອີ.
ສຳນັກອຸຕຸນິຍົມ ຂອງເຂດປົກຄອງຕົນເອງມອງໂກເລຍໃນ ປະກາດເຕືອນໄພພາຍຸຂີ້ຊາຍລະດັບສີສົ້ມ ເຊິ່ງຮອງຈາກລະດັບສີແດງອັນເປັນລະດັບສອງສູດ ໂດຍພາຍຸຂີ້ຊາຍສົ່ງຜົນກະທົບໃນພື້ນທີ່ທາງຕາເວັນອອກສຽງເໜືອຂອງແຄວ້ນອາລາຊ່ານ (Alxa League) ລວມທັງເມືອງອື່ນໆໃນເອີຕົວຊື່ (Ordos) ແລະ ເປົາໂຖ (Baotou) ນຳ.

