ຢູ 23 ເດີນທາງເຂົ້າຮ່ວມເອຊຽນເກມຄັ້ງທີ 18

​      ໃນ​ວັນ​ທີ 8 ສິງຫາ 2018 ທີ​ມຊາດ​ລາວ ຢູ 23 ​ເດີນທາງ​ຮອດນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ເປັນທີ່ຮຽບຮ້ອຍ​ ​ແລະ ໄດ້ຮັບການຕ້ອນຮັບເປັນຢ່າງດີຈາກ ສະຖານທູດລາວ ປະຈຳນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ.

ທີມຊາດລາວ ຢູ່ກຸ່ມ ເອ ຮ່ວມກັບ ອິນໂດເນເຊຍ ເຈົ້າພາບ, ຮົງກົງ, ໄຕ້ຫວັນ ແລະ ປາແລັສຕິນ. ສ່ວນ​ຕາຕະລາງການແຂ່ງຂັນທີມຊາດລາວ ວັນທີ 10 ສິງຫາ 2018 ເວລາ 16:00 ​ໂມງ ພົບ ຮົງກົງ ແຂ່ງຂັນຢູ່ທີ່ສະໜາມ PATRIOT Bekasi Stadium, ວັນທີ 12 ສິງຫາ 2018 ເວລາ 16:00 ​ໂມງ ພົບ ປາແລັສຕິນ ແຂ່ງຂັນຢູ່ທີ່ສະໜາມ PATRIOT Bekasi Stadium, ວັນທີ 17 ສິງຫາ 2018 ເວລາ 19:00 ​ໂມງ ພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະໜາມ PATRIOT Bekasi Stadium, ວັນທີ 20 ສິງຫາ 2018 ເວລາ 19:00 ​ໂມ​ງ ​ໄຕ້ຫວັນ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມ PAKANSARI Bogor Stadium.