ກະຊວງຕຳຫລວດຫວຽດນາມມອບເງິນ 400 ກວ່າລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ

ໃນວັນທີ 30 ກໍລະກົດຜ່ານມານີ້, ທ່ານພົນຈັດຕະວາ ຮວ່າງ ກວາງ ເຫືອງ ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫລວດ ສສ.ຫວຽດນາມ ປະຈຳລາວ ໄດ້ມອບເງິນຈໍານວນ 50 ພັນໂດລາສະຫະລັດ ຫລື ປະມານ 400 ລ້ານກວ່າກີບ ໃຫ້ທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປື. ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ກະຊວງຕຳຫລວດຫວຽດນາມ ທີ່ມີຄວາມເປັນຫວ່ງເປັນໄຍບິແບ່ງນໍ້າໃຈເອົາເງິນມາຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມດັ່ງກ່າວ, ຊຶ່ງທັງໝົດນີ້ມັນສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມທີ່ມີມາແຕ່ດົນນານແລ້ວນັ້ນນັບມື້ຍິ່ງເບັ່ງບານ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 28 ກໍລະກົດຜ່ານມາ, ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕາງໜ້າຄະນະນຳ ແລະ ພະນັກງານອ້ອມຂ້າງກະຊວງ ນໍາເງິນສົດ 109 ລ້ານກວ່າ ກີບ, ພ້ອມດ້ວຍເຄື່ອງນຸ່ງຫົ່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງທີ່ໄດ້ຈາກການບໍລິຈາກຂອງສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ໜ່ວຍຮາກຖານພັກທີ່ຂຶ້ນກັບອົງຄະນະພັກກະຊວງດັ່ງກ່າວ ໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຊ່ວຍເຫລືອປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອັດຕະປື.

