ທ່ານ ສອນໄຊ ສີພັນດອນ ສົ່ງສານສະແດງຄວາມຊົມເຊີຍ ຕໍ່ ທ່ານນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່

ວັນທີ 21 ຕຸລາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທີ່ນະຄອນຫລວງໂຕກຽວ ຊຶ່ງມີເນື້ອໃນວ່າ: ທ່ານ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ ແລະ ຄວາມຮູ້ຄວາມສາມາດຂອງພະນະທ່ານ, ປະເທດຍີ່ປຸ່ນຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຈະໄດ້ເຮັດວຽກຮ່ວມກັບທ່ານຢ່າງໃກ້ຊິດເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນປີ 2025, ຊຶ່ງເປັນປີຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດລະຫວ່າງສອງປະເທດພວກເຮົາ, ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ.

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈທີ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ແລະ ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະໄດ້ຕ້ອນຮັບ ສົມເດັດ ເຈົ້າຍິງ ໄອໂກະ ສະເດັດຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2025 ນີ້.

ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຄວາມສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.