ຈອນສັນ ຄວ້າແຊ້ມສຶກການາດ້ຽນ

ດັສຕິນ ຈອນສັນ ນັກກ໊ອຟຈາກອາເມລິກາ ສ້າງຜົນງານໄດ້ດີ ເກັບເພີ່ມ 6 ອັນເດີພາ ໃນການແຂ່ງຂັບຮອບສຸດທ້າຍ ສຶກອາບີຊາ ການາດ້ຽນ ໂອເພັນ ທີ່ປະເທດການາດາ ໃນວັນທີ 29 ກໍລະກົດ ເຮັດໃຫ້ລາວໄດ້ແຊ້ມລາຍການນີ້ໄປຄອງ ດ້ວຍຄະແນນລວມ 23 ອັນເດີພາ 265.
ທັງນີ້, ຈອນສັນ ເຊິ່ງຮອບສຸດທ້າຍຊົດເຊີຍ 1 ໂບກີ້ ດ້ວຍການເກັບໄດ້ 7 ເບີດີນັ້ນ ເປີດເຜີຍວ່າ: ພໍໃຈກັບການຕີຂອງຕົນເອງຫລາຍ, ກ່ອນໜ້ານີ້ ຂ້ອຍຕ້ອງປັບປຸງເລື່ອງການຕີຂອງຕົນເອງ ເຊິ່ງຂ້ອຍກໍເຮັດໄດ້ດີ, ອາທິດນີ້ຂ້ອຍເລີ່ມຕີໄດ້ດີຂຶ້ນ.
ການແຂ່ງຂັນກ໊ອຟ ພີຈີເອ ທົວ ລາຍການ ອາບີຊາ ການາດ້ຽນ ໂອເພັນ ຊີງເງິນລາງວັນລວມ 6,2 ລ້ານໂດລາສະຫະລັດ ທີ່ສະໜາມ ເກລ໊ນ ແອບປີ້ ກ໊ອຟ ຄລັບ ໄລຍະ 7.253 ຫລາ, ພາ 72 ໃນເມືອງອອນທາຣິໂອ້ ປະເທດການາດາ ຫລັງຈົບການແຂ່ງຂັນຮອບສຸດທ້າຍ ໃນວັນທີ 29 ກໍລະກົດ: 1. ດັສຕິນ ຈອນສັນ 68-66-65-66. 2. ຄິມ ວີ (ສ.ເກົາຫລີ) 67-65-67-69. 3. ອັນ ບາຢອງ ຮຸນ (ສ.ເກົາຫລີ) 66-67-66-69. 4. ຄີແກນ ແບດລີ 69-63-73-64 ແລະ 5. ອັບຣາຮຳ ອັນເຊ (ແມັກຊິກ) 73-66-65-67.

