ຟີຟາ ຂໍໂທດເວັບຈອງປີ້ບານໂລກຫລົ້ມ

ສະຫະພັນບານເຕະນາໆຊາດ (ຟີຟາ) ອອກມາປະກາດຂໍໂທດແຟນບານ ເນື່ອງຈາກເວັບໄຊຂອງພວກເຂົາຫລົ້ມ ຫລັງເປີດໃຫ້ມີການຈອງປີ້ເຂົ້າຊົມບານໂລກ 2018 ຮອບສຸດທ້າຍ ທີ່ປະເທດຣັດເຊຍ ໃນຕອນເຊົ້າວັນທີ 13 ມີນາ.
ມີແຟນບານຈຳນວນຫລາຍທີ່ໃຊ້ເວລາຫລາຍຊົ່ວໂມງ ເພື່ອລໍຖ້າຈະໄດ້ເຂົ້າໄປຊື້ປີ້ບານໂລກ ຫລັງເປີດຂາຍທາງເວັບໄຊຂອງ ຟີຟາ ໃນວັນທີ 13 ມີນາ, ແຕ່ບໍ່ສາມາດເຂົ້າໄດ້ ເນື່ອງຈາກເວັບໄຊມີບັນຫາ. ຂະນະທີ່ແຟນບານອີກຈຳນວນໜຶ່ງຈອງປີ້ ແລະ ຈ່າຍເງິນຮຽບຮ້ອຍແລ້ວ ແຕ່ບໍ່ໄດ້ຮັບແບບຟອມຢືນຢັນເລື່ອງການຈອງປີ້ ເຮັດໃຫ້ ຟີຟາ ຕ້ອງອອກມາປະກາດຂໍໂທດຜ່ານທາງທະວິດເຕີ.
ສຳລັບການແຂ່ງຂັນບານໂລກ 2018 ຮອບສຸດທ້າຍ ຈະຈັດທີ່ຣັດເຊຍ ລະຫວ່າງວັນທີ 14 ມິຖຸນາ ຫາວັນທີ 15 ກໍລະກົດນີ້.

