ອິນໂດເນເຊຍເລັ່ງຊ່ວຍນັກທ່ອງທ່ຽວ ຄ້າງຢູ່ເທິງພູເຂົາໄຟອີກ 500 ກວ່າຄົນ

ລັດຖະບານອິນໂດເນເຊຍດຳເນີນການຢ່າງຕໍ່ເນື່ອງໃນການອົບພະຍົບນັກທ່ອງທ່ຽວອີກຫລາຍກວ່າ 500 ຄົນ ເຊິ່ງຍັງຕົກຄ້າງຢູ່ບໍລິເວນພູເຂົາໄຟຣິນຈານີ ເກາະລອມບອກ ຫລັງເກີດແຜ່ນດິນໄຫວ 6,4 ໃນວັນທີ 29 ກໍລະກົດ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຈໂກ ວິໂດໂດ ເດີນທາງໄປບ້ານມາດາຍິນ ໃນເຂດລອມບອກ ເຊິ່ງເປັນສະຖານທີ່ຫລັກໃນການຕັ້ງສູນພັກຊົ່ວຄາວ ເພື່ອໃຫ້ການຊ່ວຍເຫລືອຜູ້ປະສົບໄພຈາກເຫດແຜ່ນດິນໄຫວຮຸນແຮງ 6,4 ແມກນິຈູດ ໃນວັນທີ 29 ກໍລະກົດ ເພື່ອຢ້ຽມຢາມ ແລະ ໃຫ້ກຳລັງໃຈຜູ້ປະສົບໄພ ພ້ອມທັງກວດສອບການເຮັດວຽກຂອງເຈົ້າໜ້າທີ່ກູ້ໄພ.
ຂະນະທີ່ທ່ານ ຊູດິໂຢໂນ ຜູ້ອຳນວຍການສຳນັກງານອຸທະຍານແຫ່ງຊາດຣິນຈານີ ກ່າວເຖິງຕົວເລກນັກທ່ອງທ່ຽວເຊິ່ງຕົກຄ້າງຢູ່ເທິງພູເຂົາໄຟຣິນຈານີວ່າ: ເຈົ້າໜ້າທີ່ໄດ້ຮັບຂໍ້ມູນວ່າມີທັງໝົດ 820 ຄົນ ໂດຍອົບພະຍົບອອກຈາກພື້ນທີ່ໄດ້ແລ້ວ 246 ຄົນ. ໝາຍຄວາມວ່າຍັງມີນັກທ່ອງທ່ຽວຕົກຄ້າງຢູ່ໃນພື້ນທີ່ອີກ 574 ຄົນ ແບ່ງເປັນ 500 ຄົນໃນເຂດເຊກາຣາ, ອານາກັນ ແລະ ອີກ 60 ຄົນໃນເຂດບາຕູ ເຊເປີ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ທັງທະຫານ, ຕຳຫລວດ ແລະ ອາສາສະໝັກກຳລັງດຳເນີນການຊ່ວຍເຫລືອຢ່າງຕໍ່ເນື່ອງ.
ສຳນັກງານແກ້ໄຂໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ລາຍງານຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງນີ້ເພີ່ມເປັນຢ່າງໜ້ອຍ 17 ຄົນ ໜຶ່ງໃນນັ້ນເປັນນັກທ່ອງທ່ຽວຊາວມາເລເຊຍ ແລະ ຍັງມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 160 ຄົນ, ເຮືອນຊານ ແລະ ສິ່ງປຸກສ້າງຫລາຍພັນແຫ່ງເປ່ເພເສຍຫາຍ ເນື່ອງຈາກມີແຜ່ນດິນໄຫວຕາມມາ ຫລື ອາບເຕີຊ໊ອກຫລາຍກວ່າ 100 ຄັ້ງ.

