ອິນໂດເນເຊຍເລັ່ງສັກວັກແຊງ ປ້ອງກັນພະຍາດຄໍຕີບລະບາດໃນເດັກ

ອິນໂດເນເຊຍເລັ່ງສັກວັກແຊງປ້ອງກັນພະຍາດຄໍຕີບລະບາດໃຫ້ເດັກ ແລະ ໄວລຸ້ນຫລາຍລ້ານຄົນ, ພາຍຫລັງມີຜູ້ເສຍຊີວິດແລ້ວຫລາຍສິບຄົນ.
ປີນີ້ອິນໂດເນເຊຍພົບຜູ້ປ່ວຍພະຍາດຄໍຕີບແລ້ວເກືອບ 600 ຄົນໃນ 95 ທ້ອງຖິ່ນ 20 ແຂວງຈາກທັງໝົດ 34 ແຂວງທົ່ວປະເທດ, ເສຍຊີວິດແລ້ວ 32 ຄົນ, ພາຍຫລັງພົບຜູ້ປ່ວຍພະຍາດຄໍຕີບຫລາຍເປັນອັນດັບສອງຂອງໂລກ ຮອງຈາກອິນເດຍໃນໄລຍະປີ 2011-2015, ເຈົ້າໜ້າທີ່ຈະເລີ່ມສັກວັກແຊງໃຫ້ເດັກ ແລະ ໄວລຸ້ນທັງໝົດ 8 ລ້ານຄົນ ໂດຍຈະເລີ່ມສັກໃນ 3 ແຂວງທີ່ມີປະຊາກອນໜາແໜ້ນທີ່ສຸດ ລວມທັງນະຄອນຫລວງຈາກາຕາ. ຈາກນັ້ນຈະທະຍອຍສັກໄປຈົນຄົບຕາມເປົ້າໝາຍ. ພະຍາດຄໍຕີບເກີດຈາກການຕິດເຊື້ອແບກທີເຣຍ ເຮັດໃຫ້ມີອາການຫາຍໃຈລຳບາກ, ຫົວໃຈລົ້ມເຫລວ, ເປັນອຳມະພາດ ແລະ ເສຍຊີວິດໄດ້ຖ້າບໍ່ໄດ້ຮັບການປິ່ນປົວ.
ກະຊວງສາທາລະນະສຸກອິນໂດເນເຊຍລະບຸວ່າ: ສາເຫດທີ່ເກີດການລະບາດເປັນເພາະປະຊາຊົນບໍ່ເນັ້ນໜັກເຖິງອັນຕະລາຍຂອງພະຍາດນີ້, ພາຍຫລັງພົບຜູ້ປ່ວຍໜ້ອຍລົງ ອີກທັງຍັງມີກະແສຕໍ່ຕ້ານການສັກວັກແຊງໃຫ້ເດັກ. ທາງການຫວັງວ່າຈະສາມາດຢັບຢັ້ງການລະບາດໄດ້ກ່ອນທີ່ອິນໂດເນເຊຍຈະເປັນເຈົ້າພາບອາຊີເກມ 2018 ຢູ່ນະຄອນຫລວງຈາກາຕາ ແລະ ເມືອງປາເລັມບັງ ໃນເດືອນສິງຫາປີໜ້າ.
