ລູກຍິງຂອງ ປາວາ ຊະນະໂຫວດ ປະຕູສວຍງາມ ບານໂລກ 2018

ການຍິງຂອງ ປາວາ ເກີດຂຶ້ນໃນຮອບ 16 ທີມສຸດທ້າຍ ນັດທີ່ທີມຊາດຝຣັ່ງ ຊະນະ ທີມຊາດອາເຈນຕິນ້າ 4-2 ວໍເລ້ດ້ວຍຂວາສຽບສາມຫລ່ຽມຢ່າງສວຍງາມ ໄດ້ຄະແນນສຽງຈາກແຟນບານ 3 ລ້ານກວ່າຄົນ.
ອັນດັບທີ 2 ເປັນປະຕູຂອງ ຮ໋ວນ ຄວິນຕາໂຣ ກອງກາງທີມຊາດໂຄລົມເບຍ ຍິງບານໄຫມບໍລິເວນຫນ້າເຂດໂທດ ນັດທີ່ທີມຊາດໂຄລົມເບຍ ເສຍໃຫ້ ທີມຊາດຍີ່ປຸ່ນ 1-2 ຮອບແບ່ງກຸ່ມໆ H ນັດທີ 1.
ອັນດັບທີ 3 ເປັນປະຕູຂອງ ລູກ້າ ໂມດຣິກ ກອງກາງທີມຊາດໂຄຣເອເຊຍ ຍິງໄກສຽບເສົາ ນັດທີ່ທີມຊາດໂຄຣເອເຊຍ ຊະນະ ອາເຈນຕິນາ 3-0 ຮອບແບ່ງກຸ່ມໆ D ນັດທີ 2.

