ໄອເອັມເອັຟ (IMF) ຄາດຄະເນຕົວເລກດ້ານເສດຖະກິດໂລກຈະມີອັດຕາຕົກຕໍ່າເພີ່ມຂຶ້ນ -3%

ໂດຍ: ລູກເມືອງພວນ

ທ່ານ  Kim Gwang-seok ສາດສະດາຈານ ໃນສາຂາ ຄົ້ນຄວ້າກ່ຽວກັບສາກົນ, ໃນມະຫາວິທະຍາໄລ Hanyang ກ່າວວ່າ: ວັນທີ 14 ເມສາຜ່ານມາ, ກອງທຶນສາກົນ ຫຼື (IMF) ໄດ້ຄາດຄະເນການເພີ່ມຂຶ້ນຂອງເສດຖະກິດໂລກເຖິງ 6,3%, ຖ້າທຽບໃສ່ຄາດຄະເນໃນລະຫວ່າງເດືອນມັງກອນຜ່ານມາ. ບົດລາຍງານໃນເດືອນເມສາ ຂອງອົງການດັ່ງກ່າວ ໄດ້ຍົກໃຫ້ເຫັນຜົນກະທົບການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດໂລກ ແມ່ນມີຄວາມໜັກໜ່ວງທີ່ສຸດ. ພາຍຫຼັງວິກິດການທາງດ້ານການເງິນໃນປີ 2009 ທີ່ໜັກໜ່ວງທີ່ສຸດຂອງໂລກແລ້ວ, ເທື່ອນີ້ເປັນຄັ້ງທຳອິດທີ່ມີການຄາດຄະເນຕົວເລກຕົກຕໍ່າດ້ານເສດຖະກິດເພີ່ມຂຶ້ນເປັນລົບ. ໄອເອັມເອຟ ຢືນຢັນວ່າ ການຕົກຕໍ່າດ້ານເສດຖະກີດຂອງບັນດາປະເທດທີ່ມີການພັດທະນາແລ້ວອາດຈະເພີ່ມສູງຂຶ້ນເຖິງຂັ້ນຮ້າຍແຮງທີ່ສຸດ (-3%). ອັດຕາຕົກຕໍ່າຂອງສະຫະລັດຈະເພີ່ມຂຶ້ນ-5,9%, ບັນດາປະເທດທີ່ມີເງິນສະກຸນດຽວກັນເຊັ່ນ euro ຈະເພີ່ມຂຶ້ນ -7,5%, ຍີ່ປຸ່ນເພີ່ມຂຶ້ນ -5,2%. ໄອເອັມເອັຟໃຫ້ຮູ້ວ່າ ພະຍາດໂຄວິດ-19 ອາດຈະກະທົບຕໍ່ຜະລິດຕະພັນພາຍໃນ(GDP)ຂອງໂລກ ແລະ ຈະມີຄວາມເສຍຫາຍຢ່າງໜັກໜ່ວງເຖິງ 9.000 ຕື້ USD, ຊຶ່ງຈະຫຼາຍກວ່າ GDP ເສດຖະກິດໃຫ່ຍອັນດັບທີສາມ ແລະ ທີສີ່ຂອງໂລກເຊັ່ນ: ຍິ່ປຸ່ນ ແລະ ເຢຍລະມັນລວມເຂົ້າກັນ. ສ່ວນລາຍຮັບຕໍ່ຫົວຄົນຈະມີຫຼາຍກວ່າ 170 ປະເທດໃນຈຳນວນ 189 ປະເທດສະມາຂິກຂອງ IMF ຄາດວ່າຈະຫຼຸດລົງໃນປີນີ້, ສາມເດືອນກ່ອນໜ້ານັ້ນ, IMF ຄາດຄະເນວ່າຈະມີພຽງ 160 ປະເທດສະມາຊິກເທົ່ານັ້ນທີ່ຈະມີລາຍຮັບຕໍ່ຫົວຄົນເພີ່ມຂຶ້ນໃນປີ 2020 ນີ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ