ອານຸສອນ ແລະ ສີລິນາ ມຸ້ງຫນ້າຫວຽດນາມ ຮ່ວມຊິງໄຊ ແລ່ນ-ລານ ຫວຽດນາມໂອເພັນ

ນີ້ເປັນຄັ້ງທຳອິດທີ່ທ້າວ ອານຸສອນ ໄຊສາ ແລະ ນາງ ສີລິນາ ພະອາໄພ ເດີນທາງເຂົ້າຮ່ວມລາຍການແລ່ນ-ລານ ຫວຽດນາມ ໂອເພັນ ເຊິ່ງຈະຈັດຂຶ້ນໃນວັນທີ 26-27 ກໍລະກົດນີ້ ທີ່ນະຄອນໂຮ່ຈີມິງ ສສ ຫວຽດນາມ ນໍາຄະນະໂດຍ ອາຈານ ສິດທິໄຊ ສັກປະເສີດ ເລຂາທິການສະຫະພັນກິລາແລ່ນ-ລານແຫ່ງຊາດລາວ.
ສຳລັບ ທ້າວ ອານຸສອນ ໄຊສາ ຈະລົງແຂ່ງ 2 ລາຍການຄື: ແລ່ນ 100 ແມັດ ແລະ ແລ່ນຂ້າມຮົ້ວ 110 ແມັດ, ສ່ວນ ນາງ ສີລິນາ ພະອາໄພ ແລ່ນ 100 ແມັດ ແລະ 200 ແມັດ.

