ຕໍາຫລວດເຕືອນຢ່າຫລົງເຊື່ອໂຄສະນາຮັບແລ່ນທະບຽນ-ຕິດປ້າຍລົດໃນສື່ອອນລາຍ

ກົມຕຳຫລວດຈະລາຈອນ, ໄດ້ອອກແຈ້ງເຕືອນສັງຄົມຢ່າຫລົງເຊື່ອການໂຄສະນາບໍລິການຮັບແລ່ນທະບຽນລົດ ຫລື ຕິດປ້າຍລົດໃນສື່ສັງຄົມອອນລາຍເດັດຂາດ, ເພາະອາດຈະຕົກເປັນເຫຍື່ອຂອງພວກມິດຊາຊີບໄດ້ງ່າຍ.
ຫົວໜ້າກົມຕໍາຫລວດຈະລາຈອນ ທ່ານພັນໂທ ກົງສີ ສຸວັນນະຕຸ້ມ ໃຫ້ຮູ້ວ່າ: ປັດຈຸບັນ, ໄດ້ມີຄົນຈຳນວນໜຶ່ງໂຄສະນາຂາຍປ້າຍລົດ, ບໍລິການຮັບແລ່ນທະບຽນລົດ ແລະ ບໍລິການຕ່າງໆກ່ຽວກັບປ້າຍລົດ ຜ່ານສື່ສັງຄົມອອນລາຍ, ເຊິ່ງການກະທໍາດັ່ງກ່າວແມ່ນຂັດຕໍ່ລະບຽບກົດໝາຍ ແລະ ໄດ້ມີພະນັກງານ ແລະ ປະຊາຊົນຈຳນວນບໍ່ໜ້ອຍໄດ້ຫລົງເຊື່ອ ແລະ ຕົກເປັນເຫຍື່ອແລ້ວ. ອັນໄດ້ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການແກ້ໄຂບັນຫາດັ່ງກ່າວຂອງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງອື່ນໆ.
ຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ອົງການມີສິດໃນການຄຸ້ມຄອງຂຶ້ນທະບຽນ, ຜະລິດ, ຕິດ ແລະ ແຈກຢາຍປ້າຍພາຫະນະຂົນສົ່ງທາງບົກຢູ່ໃນ ສປປ ລາວ ປະກອບມີ: ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍມີໜ້າທີ່ກວດກາຄຸ້ມຄອງສະພາບຂອງປ້າຍ, ຄົ້ນຄວ້າອອກທະບຽນກ່ຽວກັບການຄຸ້ມຄອງພາຫະນະໃນຂອບເຂດທົ່ວປະເທດ, ອອກທະບຽນນຳໃຊ້ຢ່າງຖາວອນ, ຊີ້ນຳການຈົດທະບຽນພາຫະນະ ແລະ ຕິດຕາມ, ກວດກາສະພາບການຈັດຕັ້ງປະຕິບັດການຄຸ້ມຄອງຍານພາຫະນະໃນຂອບເຂດທົ່ວປະເທດ. ສ່ວນພະແນກໂຍທາທິການ ແລະ ຂົນສົ່ງປະຈຳແຂວງ, ນະຄອນຫລວງວຽງຈັນ ຈັດຕັ້ງຄຸ້ມຄອງຈົດທະບຽນຍານພາຫະນະພາຍໃນແຂວງ-ນະຄອນຫລວງວຽງຈັນ ຕາມທະບຽນທີ່ກະຊວງ ຍທຂ ວາງອອກ ແລະ ເກັບກຳສະຖິຕິຍານພາຫະນະພາຍໃນແຂວງໃຫ້ກົມຂົນສົ່ງຮັບຊາບ. ກົມຕຳຫລວດຈະລາຈອນແມ່ນຄຸ້ມຄອງຂຶ້ນແຜນຜະລິດ ແລະ ແຈກຢາຍປ້າຍລົດໃຫ້ກອງບັນຊາການ ປກສ ແຂວງ-ນະຄອນຫລວງວຽງຈັນ, ຂຶ້ນແຜນຜະລິດປ້າຍຕາມການສະເໜີກົມຂົນສົ່ງຕາມທະບຽນ, ກວດກາການປອມແປງ ແລະ ການຕິດປ້າຍໃນຂອບເຂດທົ່ວປະເທດ, ຮັບແຈ້ງປ້າຍຕົກເຮ່ຍ, ປ້າຍທົດແທນ ແລະ ປ້າຍເປ່ເພໃນນະຄອນຫລວງ ແລະ ກົມຄຸ້ມຄອງທຸລະກິດ ກົມໃຫຍ່ພະລາທິການກະຊວງ ປກສ ແມ່ນຜະລິດປ້າຍລົດຕາມຂໍ້ກຳນົດກ່ຽວກັບມາດຕະຖານເຕັກນິກຕາມການສະເໜີຂອງກົມຂົນສົ່ງ ແລະ ກວດກາການປອມແປງປ້າຍໃນຂອບເຂດທົ່ວປະເທດ. ສະນັ້ນ, ຂໍໃຫ້ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ຈົ່ງຢ່າຫລົງເຊື່ອຕໍ່ການໂຄສະນາດັ່ງກ່າວຢ່າງເດັດຂາດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງພວກມິດຊາຊີບມາຫລອກຫລວງເອົາເງິນໄປໄດ້ງ່າຍ.

