8 ໝວດສິນຄ້າ ແລະ ບໍລິການ ທີ່ມີຜົນກະທົບຕໍ່ອັດຕາເງິນເຟີ້ ເດືອນເມສາ 2024

ສູນສະຖິຕິແຫ່ງຊາດ ລາຍງານວ່າ: ການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ເດືອນເມສາ 2024 ທີ່ມີຜົນກະທົບຕໍ່ອັດຕາເງິນເຟີ້ ທຽບກັບເດືອນມີນາຜ່ານມາ ເພີ່ມຂຶ້ນ 1,6% ຄື:
- ໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ: ເພີ່ມຂຶ້ນ 1,3% ໃນນີ້, ລາຄາ ເຂົ້າສານ ເພີ່ມຂຶ້ນ 1,4%, ສັດປີກ 3,2%, ປາ ແແລະ ອາຫານທະເລ 1,5%, ໝາກໄມ້ 1,8%, ຜັກສົດ 3,1%, ເຄື່ອງດື່ມບໍ່ມີທາດເຫລົ້າ 1,3%. ຂະນະດຽວກັນ, ຊີ້ນງົວ ແລະ ຄວາຍ ແມ່ນຫຼຸດລົງ -1,5%;
- ໝວດເຫລົ້າ ແລະ ຢາສູບ: ເພີ່ມຂຶ້ນ 2,2% ໃນນີ້, ລາຄາເຫລົ້າເພີ່ມຂຶ້ນ 3,3%, ເບຍ 3,2% ແລະ ຢາສູບ 0,1%;
- ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 2,2% ໃນນີ້, ປະເພດເຄື່ອງນຸ່ງຊາຍ 1,6%, ເຄື່ອງນຸ່ງ ຍິງ 2,8%, ເຄື່ອງນຸ່ງເດັກນ້ອຍ 1,6% ແລະ ເກີບເພີ່ມຂຶ້ນ 1,5%;
- ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ: ເພີ່ມຂຶ້ນ 3,2% ໃນນີ້, ປະເພດອຸປະກອນ ການບຳລຸງຮັກສາ ແລະ ສ້ອມແປງເຮືອນ ເພີ່ມຂຶ້ນ 1,9%, ການບໍລິການກໍ່ສ້າງ ແລະ ສ້ອມແປງ 1,8%, ພະລັງງານອາຍແກັສ໌ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 4,4%;
- ໝວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶ້ນ 2,4% ໃນນີ້, ລາຄາຢາ ເພີ່ມຂຶ້ນ 2,5%, ການບໍລິການຄົນ ເຈັບພາຍນອກ 1,2%, ການບໍລິການຈາກໂຮງໝໍ ຫລື ຄຣີນິກ ເພີ່ມຂຶ້ນ 1,5%;
- ໝວດຄົມມະນາຄົມ ແລະ ການຂົນສົ່ງ: ເພີ່ມຂຶ້ນ 1,8% ໃນນີ້, ປະເພດລົດໃຫຍ່ ເພີ່ມຂຶ້ນ 2%, ລົດຖີບ 1,9%, ອຸປະກອນການຂົນສົ່ງ 2,2%, ນ້ຳມັນເຊື່ອໄຟ 4% ແລະ ການ ບໍລິການຂົນສົ່ງ ເພີ່ມຂຶ້ນ 1,9%;
- ໝວດຮ້ານອາຫານ ແລະ ໂຮງແຮມ: ເພີ່ມຂຶ້ນ 1,2% ໃນນີ້, ລາຄາອາຫານ ແລະ ເຄື່ອງດື່ມໃນຮ້ານ ອາຫານ ເພີ່ມຂຶ້ນ 1,2% ເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 1,7%;
- ໝວດສິນຄ້າ ແລະ ການບໍລິການອື່ນໆ: ເພີ່ມຂຶ້ນ 3,9% ໃນນີ້, ເຄື່ອງໃຊ້ປະຈໍາວັນ ເພີ່ມຂຶ້ນ 0,8%, ປະເພດວັດຖຸມີຄ່າ ໂດຍສະເພາະຄຳຮູບປະພັນ ເພີ່ມຂຶ້ນ 8,5%.

