ຝຣັ່ງ ພິຊິດໄຊເໜືອ ໂຄຣເອເຊຍ 4-2 ຄວ້າແຊ້ມໂລກສະໄຫມທີ 2

ຮອບຊີງຊະນະເລີດ ບານໂລກ 2018 ​ໃນ​ວັນ​ທີ 15 ກໍລະກົດ ທີ່ສະຫນາມກິລາ Luzhniki ໃນນະຄອນຫລວງມົດສະກູ ລະຫວ່າງ ທີມຊາດຝຣັ່ງ ແຊ໊ມໂລກ 1 ສະໄຫມ ພົບກັບ ທີມຊາດໂຄຣເອເຊຍ ທີ່ເຂົ້າຊີງເປັນຄັ້ງທຳອິດ, ມີຜູ້ຊົມເຕັມຄວາມຈຸຂອງສະຫນາມ 78.000 ກວ່າຄົນ.

ຝຣັ່ງ ແລະ ໂຄຣເອເຊຍ ຍັງໃຊ້ຜູ້ຫລິ້ນຊຸດເດີມຈາກຮອບຮອງຊະນະເລີດຜ່ານມາ, ເກມດຳເນີນມາເຖິງນາທີ 18 ຝຣັ່ງ ອອກນຳກ່ອນຈາກຈັງຫວະ ມາຣີໂອ ມາຊູຄິກ ກອງຫນ້າ ໂຄຣເອເຊຍ ເອົາຫົວສະກັດບານເຂົ້າປະຕູຕົນເອງ, ແຕ່ ຝຣັ່ງ ນຳໄດ້ພຽງ 10 ນາທີ ໂຄຣເອເຊຍ ໄລ່ຕີສະເໝີ 1-1 ຈາກ ອີວານ ເປຣີຊິກ ນາທີ 28. ຈາກນັ້ນທ້າຍເຄິ່ງເວລາທີ 1 ຝຣັ່ງ ມາໄດ້ຈຸດໂທດຈາກຈັງຫວະເຕະແຈ ບານຖືກແຂນຂອງ ອີວານ ເປຣີຊິກ ກຳມະການຂໍເບິ່ງວີດີໂອ VAR ໃຫ້ຈຸດໂທດແກ່ ຝຣັ່ງ ແລະ ເປັນ ອ໋ອງຕວນ ຄຣິສມັນ ຮັບຫນ້າທີ່ສັງຫານບໍ່ພາດ ຈົບເຄິ່ງເວລາທີ 1 ຝຣັ່ງ ນໍາ ໂຄຣເອເຊຍ 2-1. ມາເຄິ່ງເວລາທີສອງ ຝຣັ່ງ ຕັ້ງຮັບຢ່າງໜຽວແໜ້ນ ແລະ ໃຊ້ເກມສວນກັບມາໄດ້ປະຕູທີ 3 ຈາກ ປໍ ປ໊ອກບາ ນາທີ 59 ຈາກນັ້ນອີກ 6 ນາທີ ຝຣັ່ງ ມາໄດ້ປະຕູທີ 4 ຈາກ ຄີລຽນ ເອັມບັບເປ້ ນາທີ 65 ເປັນປະຕູທີ 4 ຂອງດາວຍິງໄວ 19 ປີ ໃນບານໂລກຄັ້ງນີ້.

ໂຄຣເອເຊຍ ພະຍາຍາມຮຶດສູ້ ແລະ ໄດ້ຕື່ມພຽງ 1 ປະຕູຈາກຈັງຫວະຜິດພາດຂອງຜູ້ຮັກສາປະຕູ ຮີວໂກ້ ຢໍຣິສ ຈະຫລອກ ມາຣີໂອ ມານຊູຄິກ ແຕ່ລ໋ອກໄປເຂົ້າທາງ ມານຊູຄິກ ເກາະບານເຂົ້າປະຕູນາທີ 69 ຈົບເກມ ຝຣັ່ງ ຊະນະ ໂຄຣເອເຊຍ 4-2 ຄວ້າແຊ໊ມບານໂລກເປັນສະໄຫມທີ 2 ຕໍ່ຈາກປີ 1998. ສ່ວນ ໂຄຣເອເຊຍ ເຖິງວ່າບໍ່ໄດ້ແຊ໊ມ ແຕ່ສ້າງປະຫວັດສາດຫນ້າໃຫມ່ເຂົ້າຊີງບານໂລກຄັ້ງທຳອິດ. ທີ 3 ເປັນຂອງ ເບວຢ້ຽມ ຊະນະ ອັງກິດ 2-0 ສ້າງປະຫວັດສາດໄດ້ທີ 3 ຄັ້ງທຳອິດ.

ໃຫ້ກຽດມອບລາງວັນໂດຍທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ຈານນີ້ ອິນຟານຕິໂນ້ ປະທານສະຫະພັນບານເຕະນາໆຊາດ (FIFA), ທ່ານ ນາງ ໂຄລິນດ້າ ກຣາບ້າ ຄິຕາໂຣວິກ ປະທານາທິບໍດີຍິງຄົນທຳອິດຂອງໂຄຣເອເຊຍ, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ, ພ້ອມດ້ວຍປະທານສະຫະພັນບານເຕະເອີຣົບ (UEFA) ແລະ ປະທານສະຫະພັນບານເຕະຂອງຝຣັ່ງ ແລະ ໂຄຣເອເຊຍ.

ແຊ໊ມໂລກ 2018 ໄດ້ຮັບຫລຽນຄຳ ພ້ອມຂັນແຊ໊ມ ແລະ ເງິນລາງວັນ 38 ລ້ານໂດລາສະຫະລັດ, ຮອງແຊ໊ມໄດ້ຫລຽນເງິນ ແລະ ເງິນລາງວັນ 28 ລ້ານໂດລາ. ສຳລັບລາງວັນນັກເຕະດີເດັ່ນເປັນຂອງ ລູກ້າ ໂມດຣິກ ກອງກາງຈາກໂຄຣເອເຊຍ, ລາງວັນນັກເຕະດາວຮຸ່ງດີເດັ່ນເປັນຂອງ ຄີລຽນ ເອັມບັບເປ້ ຈາກຝຣັ່ງ, ດາວຍິງສູງສຸດ ແຮຣີ ເຄນ ຈາກອັງກິດ ຍິງ 6 ປະຕູ, ຜູ້ຮັກສາປະຕູດີເດັ່ນໄດ້ແກ່ ຕີໂບລ ກູຕົວ ຈາກ​ເບ​ລຢ້ຽມ ແລະ ລາງວັນທີມມາລະຍາດດີເດັ່ນທີມຊາດສະເປນ.