ຜູ້ປະສົບອຸທົກກະໄພຍີ່ປຸ່ນພົບ ບັນຫາຂາດເຂີນນ້ຳ-ອາກາດຮ້ອນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານປ້ອງກັນ ແລະ ບັນເທົາສາທາລະນະໄພຂອງຍີ່ປຸ່ນ ລາຍງານຈຳນວນຜູ້ເສຍຊີວິດຈາກມະຫາອຸທົກກະໄພໃນພາກຕາເວັນຕົກຂອງເກາະຮົນຊູ ເຊິ່ງເກີດຂຶ້ນມາກວ່າ 1 ອາທິດແລ້ວວ່າ: ເພີ່ມຂຶ້ນເປັນຢ່າງໜ້ອຍ 195 ຄົນ, ແຕ່ຍັງມີຜູ້ສູນຫາຍອີກປະມານ 80 ຄົນ ແລະ ລະບົບນ້ຳປະປາຍັງຂັດຂ້ອງ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນຫລາຍກວ່າ 250.000 ຄອບຄົວ ສ່ວນຫລາຍຢູ່ແຂວງຮິໂຣຊິມາ, ເອຮິເມະ ແລະ ໂອກາຢາມາ. ຂະນະທີ່ ກະຊວງສາທາລະນະສຸກອອກຖະແຫລງການຂໍໂທດປະຊາຊົນ ແລະ ຢືນຢັນວ່າ: ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຕະຫລອດ 24 ຊົ່ວໂມງ ແຕ່ຍັງບໍ່ສາມາດກຳນົດໄລຍະເວລາໃຫ້ສຳເລັດທີ່ຈະແຈ້ງໄດ້.
ເຈົ້າໜ້າທີ່ຈາກກະຊວງທີ່ດິນ ແລະ ລະບົບໂຄງລ່າງພື້ນຖານລະດົມເຄື່ອງສູບນ້ຳເລັ່ງລະບາຍນ້ຳໃນພື້ນທີ່ປະສົບໄພທຸກແຫ່ງ, ແຕ່ເບື້ອງຕົ້ນມີການຕີລາຄາວ່າ: ອາດຕ້ອງໃຊ້ເວລາຫລາຍອາທິດກວ່າສະຖານະການຈະກັບຄືນສູ່ສະພາບປົກກະຕິ. ນອກຈາກນີ້ ສະພາບອາກາດຮ້ອນອົບເອົ້າເພີ່ມຄວາມກັງວົນໃຫ້ຫລາຍຝ່າຍ ນອກຈາກຈະສົ່ງຜົນກະທົບຕໍ່ການກູ້ໄພຂອງເຈົ້າໜ້າທີ່ແລ້ວ ຍັງອາດມີຜົນຕໍ່ສຸຂະພາບຂອງຜູ້ປະສົບໄພຫລາຍລ້ານຄົນ ເຊິ່ງຕ້ອງອົບພະຍົບອອກຈາກເຮືອນ ໂດຍສະເພາະຜູ້ອາຍຸສູງ ໂດຍອຸນຫະພູມສະເລ່ຍໃນໄລຍະ 1-2 ມື້ຜ່ານມາສູງເຖິງ 30 ອົງສາ.

