ນິວຢອກ-ນິວເຈີຊີປະກາດພາວະສຸກເສີນຈາກພາຍຸໄອດາພັດຖະຫລົ່ມ ເຮັດໃຫ້ຝົນຕົກໜັກ-ນ້ຳຖ້ວມກະທັນຫັນ ມີຜູ້ເສຍຊີວິດແລ້ວ 46 ຄົນ

ລັດນິວຢອກ ແລະ ລັດນິວເຈີເຊີປະກາດພາວະສຸກເສີນ ຫລັງເກີດຝົນຕົກໜັກ ແລະ ນ້ຳຖ້ວມຫລາຍເມືອງຂອງລັດ ໂດຍມີຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 46 ຄົນ ໂດຍຢູ່ລັດນິວເຈີຊີລັດດຽວມີຜູ້ເສຍຊີວິດເຖິງ 23 ຄົນ.

ຖ້ຽວບິນ ແລະ ລົດໄຟໃນລັດນິວຢອກ ແລະ ນິວເຈີຊີໄດ້ປະກາດຢຸດໃຫ້ບໍລິການ, ຂະນະທີ່ບໍລິການລົດໄຟໃຕ້ດິນໃນນິວຢອກຖືກປິດເກືອບທຸກສາຍ ແລະ ຫ້າມຍານພາຫະນະທີ່ບໍ່ມີຄວາມຈຳເປັນອອກມາແລ່ນຕາມຖະໜົນ.

ສະຖານີໂທລະພາບ NBC ແລະ ສຳນັກຂ່າວ AFP ລາຍງານວ່າ: ມີຜູ້ເສຍຊີວິດ 7 ຄົນໃນນິວຢອກຊິຕີ້ ເຊິ່ງລວມທັງເດັກນ້ອຍຊາຍອາຍຸ 2 ປີ. ຂະນະທີ່ບາງຄົນເສຍຊີວິດຫລັງຈາກຕົກຄ້າງຢູ່ຫ້ອງໃຕ້ດິນທີ່ຖືກນ້ຳຖ້ວມ.

ຂະນະທີ່ຢູ່ນິວເຈີຊີມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ຄົນໜຶ່ງເປັນຜູ້ຊາຍອາຍຸປະມານ 70 ປີ ເຊິ່ງຖືກພົບເສຍຊີວິດໃນລົດຂອງລາວທີ່ຖືກນ້ຳຖ້ວມລອຍພັດອອກໄປ.

ສຳນັກອຸຕຸນິຍົມວິທະຍາແຫ່ງຊາດຂອງອາເມລິກາ ປະກາພາວະສຸກເສີນຈາກນ້ຳຖ້ວມໃນນິວຢອກຊິຕີ້, ບຣູກລິນ, ຄວີນ ແລະ ບາງສ່ວນຂອງໄອແລນ ແລະ ອອກຄຳເຕືອນພາຍຸທໍນາໂດສຳລັບບາງພື້ນທີ່ຂອງລັດແມສຊາຊູເຊດ ແລະ ໂຣດໄອແລນ.

ສະພາບອາກາດດັ່ງກ່າວເກີດຈາກອິດທິພົນຂອງພາຍຸເຂດຮ້ອນໄອດາ ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຮຸນແຮງເປັນວົງກວ້າງໃນຕອນໃຕ້ຂອງລັດລຸຍເຊຍນາໃນຕົ້ນອາທິດນີ້ ໂດຍເຮີຣິເຄນລະດັບ 4 ສົ່ງຜົນໃຫ້ເຮືອນຫລາຍແສນຫລັງໃນລັດລຸຍເຊຍນາຍັງບໍ່ມີໄຟຟ້າໃຊ້.

ອ້າງອີງ:

https://www.bbc.com/news/world-us-canada-58417442

https://edition.cnn.com/…/ida-northeast…/index.html