ແຮຣີ ເຄນ ຍັງເປັນດາວຍິງສູງສຸດ ບານໂລກ 2018

ການແຂ່ງຂັນບານໂລກ 2018 ມາຮອດນາທີສຸດທ້າຍແລ້ວ ນອກຈາກການລຸ້ນເບິ່ງວ່າ ທີມຊາດຝຣັ່ງ ຫລື ທີມຊາດໂຄຣເອເຊຍ ທີມໃດຈະຄອງແຊ໊ມໄປໄດ້ ແຕ່ເລື່ອງດາວຍິງສູງສຸດກໍເປັນເລື່ອງທີ່ຕ້ອງຈັບຕາເບິ່ງຄືກັນ ເພາະຖືວ່າເປັນສັກສີ ແລະ ຄວາມສໍາເລັດຂອງນັກເຕະທີ່ໜ້ອຍຄົນຈະມີໂອກາດ. ຂະນະທີ່ ແຮຣີ ເຄນ ຍັງເປັນດາວຍິງສູງສຸດຕະຫລອດໄລຍະການແຂ່ງຂັນ.
ສໍາລັບການແຂ່ງຂັນບານໂລກ 2018 ທີ່ປະເທດຣັດເຊຍ, ແຮຣີ ເຄນ ກອງໜ້າທີມຊາດອັງກິດ ຍັງເປັນດາວຍິງສູງສຸດ ຈາກການຍິງ 6 ປະຕູ ຖືເປັນຄົນທີ່ມີໂອກາດຫລາຍທີ່ສຸດທີ່ຈະໄດ້ເກີບຄໍາໄປຄອງ, ສ່ວນ ໂຣເມລູ ລູກາກູ ກອງໜ້າທີມຊາດເບລຢ້ຽມ ຍິງໄດ້ 4 ປະຕູ, ຂະນະທີ່ ອອງຕວນ ກຣີດມັນ ແລະ ຄີລຽນ ເອັມບັບເປ້ ກອງໜ້າທີມຊາດຝຣັ່ງ ຍິງຄົນລະ 3 ປະຕູ ເຊັ່ນດຽວກັນ. ນອກຈາກນັ້ນ ຍັງມີ ເອເດັນ ອາຊາ ກອງໜ້າທີມຊາດເບລຢ້ຽມ ກໍຍິງໄດ້ 2 ປະຕູ ແຕ່ໂອກາດລົງສະໜາມຍັງມີອີກ 1 ຄັ້ງ.
ສ່ວນດາວຍິງສູງສຸດຂອງການແຂ່ງຂັນບານໂລກປີ 1998 ແລະ 2002 ຕົກເປັນຂອງ ໂຣນັລໂດ້ ກອງໜ້າທີມຊາດບາຣຊິລ ຍິງ 8 ປະຕູ, ປີ 2006 ດາວວອນ ຊູເຄີ ນັກເຕະທີມຊາດໂຄຣເອເຊຍ ຍິງ 6 ປະຕູ, ປີ 2010 ມິໂຣສລາຟ ໂຄເຊ່ ນັກເຕະທີມຊາດເຢຍລະມັນ ຍິງ 5 ປະຕູ, ປີ 2014 ຮາເມສ ໂຣດຣິເກ ນັກເຕະທີມຊາດໂຄຣລອມເບຍ ຍິງ 6 ປະຕູ.

