ທາງການບານໂລກ 2022 ປ່ຽນໃຈ ຫ້າມຂາຍເບຍບໍລິເວນສະໜາມແຂ່ງຂັນ

ສະຫະພັນບານເຕະນາໆຊາດ ຫລື FIFA ອອກຖະແຫລງການວ່າ ບານເຕະໂລກ 2022 ຈະບໍ່ມີການອະນຸຍາດໃຫ້ຂາຍເບຍທັງໃນ ແລະ ນອກສະໜາມແຂ່ງຂັນທັງ 8 ແຫ່ງ.
ກ່ອນໜ້ານີ້ຝ່າຍຈັດການແຂ່ງຂັນສັ່ງຫ້າມບໍ່ໃຫ້ມີການຂາຍເບຍໃນສະໜາມແຂ່ງຂັນບໍ່ວ່າໃນກໍລະນີໃດໆ ເນື່ອງຈາກເປັນປະເທດມຸດສະລິມ ເຊິ່ງການດື່ມເຄື່ອງດື່ມແອລກໍຮໍ ຖືວ່າເປັນສິ່ງຜິດກົດຫມາຍ.
ແນວໃດກໍຕາມສຸດທ້າຍແລ້ວເຈົ້າພາບໄດ້ອະນຸໂລມໃຫ້ສາມາດຂາຍເບຍໄດ້ບໍລິເວນນອກສະໜາມໃນເວລາ 3 ຊ່ົວໂມງກ່ອນແຂ່ງຂັນ ແລະ 1 ຊົ່ວໂມງຫລັງແຂ່ງຂັນຂອງແຕ່ລະເກມ ແລະອະນຸຍາດໃຫ້ ບັດໄວເຊີ ບໍລິສັດຜູ້ຜະລິດເບຍ ແລະ ຜູ້ສະໜສັບສະໜູນຫລັກຂອງຟີຟາ ສາມາດຂາຍໄດ້ພຽງບໍລິສັດດຽວ.
ແຕ່ຫລ້າສຸດມີລາຍງານວ່າ ຣາຊະວົງກາຕ້າກົດດັນໃຫ້ ຟີຟາ ຍົກເລີກການຂາຍເບຍໃນບານໂລກ 2022 ທັງໃນ ແລະ ນອກສະໜາມ ລວມເຖິງທາງ ເຈົ້າພາບໄດ້ມີການຍ້າຍບູດຂາຍເບຍໃຫ້ແຟນບານເຂົ້າເຖິງໄດ້ຍາກນຳອີກ.
ຈົນຫລ້າສຸດເມື່ອວັນທີ 18 ພະຈິກ ຟີຟາ ອອກຖະແຫລງວ່າ ຫລັງການເຈລະຈາຮອບໃຫມ່ ບານໂລກ ຄັ້ງນີ້ຈະບໍ່ອະນຸຍາດໃຫ້ຂາຍເບຍທີ່ມີທາດເຫລົ້າທັງໃນ ແລະ ນອກສະໜາມ ແຕ່ເບຍທີ່ບໍ່ມີທາດເຫລົ້າສາມາດຂາຍໄດ້ຄືເກ່ົາ.
“ ຫລັງຈາກການຫາລືລະຫວ່າງໜ່ວຍງານຂອງປະເທດເຈົ້າພາບ ແລະ ຟີຟາ ໄດ້ມີການຕັດສນໃຈໃຫ້ເນັ້ນການຂາຍເຄື່ອງດື່ມແອລກໍຮໍ ໃນເທດສະການ ແຟນຟີຟາ ແລະ ສະຖານທີ່ເຊິ່ງໄດ້ຮັບໃບອະນຸຍາດ ພ້ອມລົບຈຸດຂາຍເບຍອອກຈາກສະໜາມຟີຟາ ເວີນ ຄັບ 2022 ຂອງກາຕ້າ ແຕ່ບໍ່ມີຜົນກະທົບຕໍ່ ການຂາຍເບຍບໍ່ມີແອລກໍຮໍ (ບັດ ຊີໂຣ) ເຊິ່ງຈະຍັງຄົງວາງຈຳໜ່າຍທີ່ສະໜາມກິລາບານໂລກທຸກແຫ່ງຂອງກາຕ້າ ”.

