ບານສົ່ງ ນວ ຕັ້ງເປົ້າ 2 ຫລຽນຄຳ ຊຽງຂວາງ ເກມ 2018

ທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ ສະຫະພັນບານສົ່ງ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດກອງປະຊຸມເພື່ອລ່າ 2 ຫລຽນຄໍາໃນງານມະຫະກໍາ ຊຽງຂວາງ ເກມ 2018 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳເຜີຍ ວົງສາຄຳຜຸ່ຍ ປະທານສະຫະພັນບານສົ່ງ ນະຄອນຫລວງວຽງຈັນ, ມີບັນດາຄະນະບໍລິຫານງານສະຫະພັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳເຜີຍ ວົງສາຄຳຜຸ່ຍ ໄດ້ກ່າວວ່າ: ການເຂົ້າຮ່ວມງານມະຫະກໍາກິລາທີ່ແຂວງຊຽງຂວາງຄັ້ງນີ້ພວກເຮົາຈະສົ່ງນັກກິລາເຂົ້າຮ່ວມທັງໝົດ 32 ຄົນ, ໃນນັ້ນ ຄະນະຄູຝຶກ 4 ຄົນ ແລະ ນັກກິລາບານສົ່ງໃນຮົ່ມ 24 ຄົນ ຍິງ 12 ຄົນ, ບານສົ່ງຫາດຊາຍ 4 ຄົນ ຍິງ 2 ຄົນ ຈາກ 4 ລາຍການຄື: ປະເພດບານສົ່ງໃນຮົ່ມທີມຍິງ-ທີມຊາຍ ແລະ ບານສົ່ງຫາດຊາຍຍິງ-ຊາຍ. ດັ່ງນັ້ນ, ທາງສະຫະພັນຂອງພວກຈຶ່ງໄດ້ຈັດກອງປະຊຸມເພື່ອປຶກສາຫາລືກັນ ພ້ອມທັງຕັ້ງເປົ້າ 2 ຫລຽນຄຳ ໃຫ້ໄດ້ຕາມຄາດໝາຍທີ່ຕັ້ງໄວ້.
ການແຂ່ງຂັນໃນງານມະຫະກໍາກິລາ ຊຽງຂວາງເກມ 2018 ມີ 28 ປະເພດການແຂ່ງຂັນຄື: ເຕະບານ, ແລ່ນ-ລານ, ບານບ້ວງ, ເທັນນິດ, ດອກປີກໄກ່, ກະຕໍ້, ປິ່ງປ໋ອງ, ເທຄວັນໂດ, ບານສົ່ງ, ຄາຣາເຕໂດ້, ຢູໂດ້, ປັນຈັກສີລັດ, ວູຊູ, ໝາກແລ້, ໝາກເສີກ, ເຮືອຊ່ວງ, ໝາກຂາງ, ໜ້າເກັກ, ຍິງທະນູ, ລົດຖີບ, ລອຍນໍ້າ, ເປຕັງ, ໂບລີ້ງ, ກ໋ອບ, ຍິງປືນ, ມວຍລາວ, ມວຍສາກົນ ແລະ ກິລາສະນຸກເກີ.

