ອາຍຸສັ້ນຍ້ອນລັກສະນະການເຮັດວຽກທີ່ຜິດປົກກະຕິ

ມີການສຶກສາພົບວ່າຄົນທີ່ມີລັກສະນະການເຮັດວຽກທີ່ຜິດປົກກະຕິດົນໆມັກຈະອາຍຸບໍ່ຍືນ ຫາກຄົນເຫລົ່ານີ້ເຂົ້າໃຈລັກສະນະ ການເຮັດວຽກຂອງຕົນເອງ, ຮູ້ຈັກປັບປ່ຽນນິໄສການເຮັດວຽກກໍສາມາດຊ່ວຍຮັກສາສຸຂະພາບຂອງຕົນໄດ້ ເຊັ່ນ :
– ວຽກທີ່ຕ້ອງຢືນດົນໆ : ບໍ່ວ່າຈະເປັນຄູ – ອາຈານ, ພະນັກງານຂາຍ, ວຽກໃນຮ້ານອາຫານ … ຜູ້ເຮັດວຽກຄວນເລືອກເກີບທີ່ໃສ່ສະບາຍ ຫລື ໃສ່ຖົງຕີນທີ່ມີຄວາມຫົດຢືດ, ປັບລະດັບຄວາມສູງຂອງໂຕະເຮັດວຽກໃຫ້ເໝາະສົມ, ພະຍາຍາມໃຫ້ມີບ່ອນວ່າງພຽງພໍເພື່ອເຄື່ອນໄຫວຮ່າງກາຍ ທາງທີ່ດີຄວນຫາເວລາພັກຜ່ອນຕີນນຳ, ສິ່ງສຳຄັນແມ່ຍິງບໍ່ຄວນໃສ່ເກີບສົ້ນສູງເປັນເວລາດົນ.
– ວຽກທີ່ຕ້ອງນັ່ງດົນໆ ເຊັ່ນ: ຄົນຂັບລົດ, ພະນັກງານໂຮງງານຕັດຫຍິບ, ພະນັກງານບໍລິສັດທີ່ນັ່ງໜ້າຄອມພິວເຕີໝົດມື້. ກະດູກສັນຫລັງບໍລິເວນແອວຕ້ອງຮັບນຳ້ໜັກຫລາຍກ່ວາເວລາຢືນ ເຮັດໃຫ້ປວດຫລັງ, ເມື່ອຍບ່າໄຫລ່ ແລະ ຄໍງ່າຍກ່ວາ. ດັ່ງນັ້ນ ຄວນເລືອກຕັ່ງທີ່ມີຄວາມສູງ ແລະ ຄວາມແຂງທີ່ເໝາະສົມເພື່ອໃຫ້ກະດູກສັນຫລັງບໍ່ເຮັດວຽກໜັກເກີນໄປ. ພະຍາຍາມຢ່າກົ້ມໜ້າກົ້ມຕາເຮັດວຽກດົນໆ ແລະ ບໍ່ຄວນຍົກແຂນດົນໆໂດຍບໍ່ມີບ່ອນໃຫ້ເທົ້າແຂນ ແລະ ທຸກໆຊົ່ວໂມງຄວນປ່ຽນທ່າທາງ ແລະ ອອກໄປຍືດເສັ້ນຍືດເອັນແດ່ກໍດີ.
– ວຽກທີ່ຕ້ອງຄູ້ເຂົ່າດົນໆ ເຊັ່ນ: ຊາວໄຮ່ຊາວນາ, ຊາວກະສິກຳ, ພະນັກງານອະນາໄມ, ຊ່າງສ້ອມແປງລົດ, ກຳມະກອນ ແລະ ອື່ນໆ ຈະເຮັດໃຫ້ຫົວເຂົ່າໄດ້ຮັບແຮງກົດເຕັງ, ເສັ້ນເອັນອັກເສບ ອາດກໍ່ໃຫ້ເກີດເຂົ່າຂົດງໍໃນໄລຍະຍາວ, ການກົ້ມເປັນເວລາດົນຈະເຮັດໃຫ້ເຈັບຫລັງເຈັບແອວງ່າຍ. ສະນັ້ນ, ພະຍາຍາມຢ່ານັ່ງທ່າເກົ່າດົນໆ ແລະ ເວລາຄູ້ເຂົ່າ ພະຍາຍາມຢ່າໃຫ້ຫົວເຂົ່າເປັນຈຸດຮັບຂອງນຳ້ໜັກໂຕທັງໝົດ.

