ອາຍຸຍືນຂຶ້ນໄດ້ໂດຍການກິນອາຫານເຈ

ຜັກ ແລະ ໝາກໄມ້ທີ່ສະອາດປາສະຈາກສານເຄມີນັ້ນ ບໍ່ພຽງແຕ່ສົ່ງຜົນດີຕໍ່ສຸຂະພາບ, ແຕ່ຍັງຊ່ວຍຫລຸດການປ່ອຍແກ໊ສເຮືອນແກ້ວນຳອີກ.
ຈາກການສຶກສາໃໝ່ຄົ້ນພົບວ່າການກິນຊີ້ນສັດນັ້ນອາດເປັນທີ່ມາຂອງອາຍຸທີ່ສັ້ນລົງ ລວມໄປເຖິງການທຳລາຍໂລກໜ່ວຍນີ້ ໂດຍມະຫາວິທະຍາໄລໂລມາ ລິນດາ ໃນສະຫະລັດອາເມລິກາ ໄດ້ສະແດງໃຫ້ເຫັນເຖິງຜູ້ທີ່ກິນອາຫານເຈ ຫລື ບໍ່ກິນຊີ້ນສັດນັ້ນ ຈະສາມາດມີອາຍຸຍືນຂຶ້ນເຖິງ 20%.
ຍິ່ງໄປກ່ວານັ້ນ ຜູ້ທີ່ກິນອາຫານເຈຍັງຊ່ວຍຫລຸດແກ໊ສເຮືອນແກ້ວ ເນື່ອງຈາກຂະບວນການຜະລິດຊີ້ນນັ້ນເປັນທີ່ມາຂອງການ ປ່ອຍອາຍກາກໂບນິກ ເຖິງ 14 – 50% ເຊິ່ງການສຶກສານັ້ນມາຈາກກຸ່ມໂຕຢ່າງປະຊາກອນກ່ວາ 96.000 ຄົນ ທີ່ສະແດງໃຫ້ເຫັນວ່າຜູ້ທີ່ກິນອາຫານເຈນັ້ນມີສຸຂະພາບທີ່ດີກ່ວາ.

