ອົງການກາແດງລາວມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນໄລຍະຜ່ານມາ ຢູ່ເມືອງພຽງ ແຂວງໄຊຍະບູລີ

ໃນວັນທີ 4 ກໍລະກົດ ນີ້, ອົງການກາແດງລາວ ສູນກາງ ຮ່ວມກັບກາແດງ ແຂວງໄຊຍະລີ ໄດ້ມອບ ເຄື່ອງຊ່ວຍເຫລືອໃຫ້ແກ່ ປະຊາຊົນທີ່ໄດ້ຮັບຜົນກະ ທົບຈາກໄພພິບັດໃນໄລຍະ ຜ່ານມາມີ: ບ້ານ ນໍ້າເຮ້ຍ, ຫົວນາ ແລະ ນາໂສມ ເມືອງ ພຽງ, ແຂວງ ໄຊຍະບູລີ, ລວມທັງຫມົດ 60 ຄອບ ຄົວ, ເຊິ່ງພິທີ ດັ່ງກ່າວຈັດ ຂຶ້ນທີ່ ບ້ານ ນາໂສມ ແຂວງ ດັ່ງກ່າວ, ໂດຍໃຫ້ ກຽດລວມ ໂດຍທ່ານ ຄຳຮຸ່ງ ເຮືອງ ວົງສີ ປະທານ ອົງການກາ ແດງລາວ.

 

ປະທານອົງການກາແດງລາວເຄື່ອນໄຫວ​​ມອບເຄື່ອງຊ່ວຍເຫຼືອຜູ້ປະສົບອັກຄີໄພ ຢູ່​ແຂວງ​ຊຽງ​ຂວາງ

ອົງການກາແດງລາວມອບເຄື່ອງຊ່ວຍເຫລືອບ້ານຕໍເຮືອ

ເຊິ່ງເຄື່ອງຈຳນວນ ດັ່ງກ່າວແມ່ນ ໄດ້ມາຈາກ ການຊ່ວຍເຫລືອຂອງ ຄະນະກຳມະການກາແດງສາກົນ ແລະ ສະໂມສອນ ບານເຕະສິນລະປິນລາວ ຄ້າຍທີເຄ ແລະ ທັງເປັນ ການປະກອບສ່ວນຈາກ ຜູ້ໃຈບຸນໃນສັງຄົມ ເຊິ່ງ ລວມມີມູນຄ່າທັງຫມົດ 47 ລ້ານກວ່າກີບ.