ຫວຽດນາມທຳລາຍແກ້ງ ພະນັນບານອອນລາຍ

ຕຳຫລວດຫວຽດນາມບຸກທຳລາຍແກ້ງພະນັນບານອອນລາຍທີ່ມີວົງເງິນພະນັນສູງເຖິງ 26 ລ້ານໂດລາສະຫະລັດ ຈັບຜູ້ຕ້ອງຫາໄດ້ 4 ຄົນ.
ໜັງສືພິມຂອງຕຳຫລວດຫວຽດນາມລາຍງານໃນວັນທີ 22 ມິຖຸນາ ເຊິ່ງເປັນວັນທີ່ຕຳຫລວດບຸກທຳລາຍແກ້ງພະນັນອອນລາຍໄດ້ທີ່ນະຄອນໂຮ່ຈີມິງ ຜູ້ຕ້ອງຫາທັງ 4 ຄົນຮັບສາລະພາບວ່າ: ເປີດພະນັນອອນລາຍຜ່ານເວັບໄຊທີ່ຢູ່ໃນຟີລິບປິນ ແລະ ມີຜູ້ຖືກເອີ້ນໄປສອບປາກຄຳອີກຫລາຍຄົນ. ສະຖານີໂທລະພາບຫວຽດນາມລາຍງານວ່າ: ແກ້ງນີ້ມີວົງເງິນພະນັນແຕ່ຕົ້ນປີ 2017 ຫລາຍກວ່າ 600.000 ລ້ານດົງ ມີລູກຄ້າທົ່ວຫວຽດນາມຫລາຍພັນຄົນ.
ກົດໝາຍອາຍາຫວຽດນາມກຳນົດໂທດຈຳຄຸກສູງສຸດ 10 ປີ ສຳລັບຜູ້ຫລິ້ນການພະນັນ ຫລື ຈັດໃຫ້ມີການຫລິ້ນພະນັນ, ປັດຈຸບັນ ການຫລິ້ນພະນັນໃນຫວຽດນາມຖືກກົດໝາຍສະເພາະຫວຍລັດຖະບານ ແລະ ກາສິໂນທີ່ເປີດໃຫ້ສະເພາະຊາວຕ່າງປະເທດເທົ່ານັ້ນ. ເຖິງຢ່າງໃດກໍດີ, ລັດຖະບານໄດ້ຫລຸດຜ່ອນລະບຽບ ໂດຍການເລີ່ມໂຄງການໃນປີກ່ອນ ອະນຸຍາດໃຫ້ຫລິ້ນພະນັນການແຂ່ງຂັນບານເຕະຕ່າງປະເທດຢ່າງຈຳກັດ ແລະ ໃນຕົ້ນເດືອນນີ້ ໄດ້ຜ່ານກົດໝາຍອະນຸຍາດໃຫ້ຫລິ້ນພະນັນທີ່ລັດອະນຸມັດ, ແຕ່ຕະຫລາດການພະນັນຜິດກົດໝາຍຍັງມີຢູ່ຫລາຍ, ຍິ່ງການແຂ່ງຂັນບານໂລກເລີ່ມຂຶ້ນໃນວັນທີ 14 ມິຖຸນາ ທາງການຫວຽດນາມ ແລະ ຫລາຍປະເທດໃນພາກພື້ນນີ້ຕ້ອງເຮັດວຽກໜັກ ເພື່ອກວາດລ້າງການພະນັນບານອອນລາຍທີ່ເກີດຂຶ້ນປານດອກເຫັດ.

