ຜູ້ອຳນວຍການໃຫ່ຍອົງການອະນາໄມໂລກ ຮຽກຮ້ອງໃຫ້ປະເທດຕ່າງໆ ເຂົ້າຮ່ວມໂຄງການພັດທະນາ ວັກຊີນຕ້ານໂຄວິດ-19

ວັນທີ 16 ກັນຍາ ສຳນັກຂ່າວໄທ ໃຫ້ຮູ້ວ່າ: ຜູ້ອຳນວຍການໃຫ່ຍ ອົງການອະນາໄມໂລກ ໄດ້ຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ໃນໂລກເຂົ້າຮ່ວມໂຄງການພັດທະນາວັກຊີນຕ້ານໂຄວິດ -19 ຫຼື ໂຄແວັກ ຂອງ ອົງການອະນາໄມໂລກພາຍໃນກຳນົດໃນວັນສຸກນີ້, ເພື່ອຊ່ວຍໃຫ້ແນ່ໃຈວ່າ ຈະມີການກະຈາຍວັກຊີນໄປຕາມປະເທດຕ່າງໆ ຢ່າງເປັນທຳ ແລະ ມີປະສິດທິພາບ.
ຈົນເຖິງໃນຂະນະນີ້ປະເທດທີ່ມີລາຍໄດ້ໜ້ອຍ 92 ປະເທດກຳລັງຂໍຄວາມຊ່ວຍເຫຼືອຜ່ານທາງໂຄງການໂຄແວັກ ເພື່ອຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19. ຂະນະທີ່ປະເທດທີ່ມີລາຍໄດ້ສູງກວ່າ 80 ປະເທດກໍສະແດງຄວາມສົນໃຈ ແລະ ມີຫຼາຍປະເທດຢືນຢັນຄວາມຕັ້ງໃຈທີ່ຈະເຂົ້າຮ່ວມໂຄງການໃນທ້າຍອາທິດນີ້.
ຂ່າວ: ລູກເມືອງພວນ.

