ພິທີເຊັນສັນຍາໂຄງການເຊົ່າສຳປະທານໜ້ານ້ຳ ອ່າງນ້ຳງື່ມ 1 ເຂດໂສກປາແກ້ວ

ພິທີລົງນາມເຊັນສັນຍາສຳປະທານໜ້ານໍ້າອ່າງນໍ້າ ງື່ມ 1 ເຂດໂສກປາແກ້ວ ໃນ ເນື້ອທີ່ 600 ຕາແມັດເພື່ອ ເປັນບ່ອນ ຈອດຈື້ງເຮືອແພ ແລະ ເຮືອສະປີດໂບດໄດ້ມີ ຂຶ້ນເມື່ອທ້າຍອາທິດຜ່ານ ມານີ້, ລະຫວ່າງ ທ່ານ ຄຳຫຼ້າ ຜັນຫວາດວົງສຸກຫົວໜ້າ ຫ້ອງການແຜນການ ແລະ ການລົງທຶນເມືອງ, ທ່ານ ອານຸກອນ ລາດຊະວົງ ຫົວ ໜ້າ ຫ້ອງການຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແກ້ວອຸດົມ ແລະ ທ່ານ ລີ ກຸ່ງຢັງ ( lee KUNG BYUNG ) ຫົວ ໜ້າ ບໍລິສັດ ເຈເຫັດ ປະລັດ ຈຳກັດຜູ້ດຽວ ສ. ເກົາຫລີ ເຊິ່ງບໍລິສັດໄດ້ຍື່ນ ໜັງສືເຈດ ຈຳນົງ ແລະ ບົດວິ ພາກເສດ ຖະກິດສະເໜີ ເມືອງຕັ້ງແຕ່ ວັນທີ 07/11/2017 ເພື່ອ ຂໍເຊົ່າສຳປະທານເນື້ອທີ່ໜ້າ ນໍ້າຂອງລັດເຂດໂສກປາ ແກ້ວອ່າງນໍ້າງື່ມ 1 ໂດຍມີ ເປົ້າໝາຍພັດທະນາເປັນ ບ່ອນຈອດຈື່ງເຮືອນແພ ແລະ ເຮືອສະປິດໂບດ ເພື່ອບໍລິການ ຮັບໃຊ້ແຂກ, ນັກທ່ອງທ່ຽວ ທັງພາຍໃນ ແລະ ມາຈາກ ຕ່າງປະເທດ ເຊິ່ງບໍລິສັດຈະ ມີການບໍລິການຄື: ຖ້ານັກ ທ່ອງທ່ຽວມາທ່ຽວອ່າງນໍ້າງື່ມ 1 ແມ່ນສາມາດຂີ່ເຮືອ ຈາກໜ້າເຂື່ອນນໍ້າງື່ມ1 ແລ້ວ ໄປລົງເຮືອຢູ່ທ່າເຮືອຫ້ວຍໝໍ້ ເມືອງວັງວຽງ ເພື່ອເດີນທາງ ໄປທ່ຽວເມືອງວັງວຽງຕໍ່ໄດ້ ແລະ ຖ້ານັກທ່ອງທ່ຽວມາ ຈາກວັງວຽງແມ່ນສາມາດຂີ່ເຮືອຈາກທ່າເຮືອຫ້ວຍໝໍ້ມາທ່ຽວໜ້າເຂື່ອນນໍ້າງື່ມ 1 ໄດ້, ໂດຍບໍລິສັດໄດ້ ສຳປະ ທານໃນໄລຍະເວລາ 25 ປີ ແຕ່ຄະນະກຳມະການຄົ້ນ ຄວ້າເປັນເອກະພາບ ເບື້ອງ ຕົ້ນ ເຫັນດີໃຫ້ດຳເນີນກິດ ຈະການ 5 ປີ ກ່ອນ, ຖ້າວ່າ ກິດຈະການຂະຫຍາຍຕົວ ແລະ ບໍລິສັດຍັງຢາກສຶບ ຕໍ່ດຳເນີນກິດຈະການຈຶ່ງ ສະເໜີຕໍ່ສັນຍາໃໝ່ຕື່ມອີກ.

+ ສະພາປະຊາຊົນແຂວງຜົ້ງສາລີ ລົງຕິດຕາມກວດກາໂຄງການລົງທຶນຂອງລັດຢູ່ເມືອງຍອດອູ ແລະ ບຸນເໜືອ
+ ໂຄງການກໍ່ສ້າງຊົນລະປະທານ ຫ້ວຍອາໃກ້ເລີ່ມເກັບນ້ຳເພື່ອກຽມສະໜອງໃຫ້ແກ່ການຜະລິດ

