ເຜີຍແຜ່ວຽກງານເຊື່ອມໂຍງການຄ້າສາກົນໃຫ້ພາກທຸລະກິດ
ວັນທີ 14 ມິຖຸນານີ້ ຢູ່ຫ້ອງການສະພາປະຊາຊົນເຂດ 6 ນະຄອນຫຼວງພະບາງ ໄດ້ມີກອງປະຊຸມເຜີຍແຜ່ວຽກງານເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າ-ການບໍລິການ ໂດຍການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການຈາກ 9 ແຂວງພາກກາງ ແລະ ພາກເໜືອຄື: ແຂວງວຽງຈັນ, ຊຽງຂວາງ,ໄຊຍະບູລີ, ຫົວພັນ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ ເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອສ້າງຄວາມເຂົ້າໃຈໃຫ້ພາກລັດ ແລະ ພາກທຸລະກິດ ກ່ຽວກັບການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງປະເທດ ສປປ ລາວ ໂດຍນໍາໃຊ້ປື້ມຄູ່ມື, ສໍາລັບວຽກງານເຜີຍແຜ່ວຽກງາານເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ແລະ ວິທີການເຂົ້າເຖິງສູນຂໍ້ມູນຂ່າວສານທາງດ້ານການຄ້າ, ດ້ານການບໍລິການທີ່ໄດ້ເປີດໃນທ້າຍປີ 2017.
ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ການເຊື່ອມໂຍງເສດຖະກິດອາຊຽນໄລຍະທີ່ ປະເທດຟີລິບປິນ ເປັນປະທານອາຊຽນ, ສປປ ລາວ ໄດ້ຮ່ວມກັນພິຈາລະນາ 6 ແຜນງານບູລິມະສິດ ເພື່ອສະໜັບສະໜູນມາດຕະການເຮັດໃຫ້ການຄ້າ ແລະ ການລົງທຶນໃນບັນດາປະເທດອາຊຽນເພີ່ມຂຶ້ນ ເປັນຕົ້ນການສ້າງຕົວຊີ້ວັດການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ, ການເປີດເສັ້ນທາງຂົນສົ່ງສິນຄ້າທາງທະເລອາຊຽນຂອງທ່າເຮືອຂາເຂົ້າ-ຂາອອກເມືອງດາວາວ-ເມືອງບີຕຸງ-ເມືອງຊານໂຕດ. ສໍາລັບການເຈລະຈາໃນຂອບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນລະດັບພາກພື້ນ (RCEP) ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນດ້ານການຫຼຸດຜ່ອນອັດຕາພາສີ, ສາມາດແລກປ່ຽນບົດສະເໜີເປີດຕະຫຼາດ ສະບັບທີ 2 ໂດຍລວມແມ່ນສະເໜີລຶບລ້າງອັດຕາພາສີໃຫ້ແກ່ກັນໄດ້ 80-90% (ສ່ວນ ສປປ ລາວ ແມ່ນສະເໜີໄປແລ້ວ 85%, ໃນທາງກົງກັນຂ້າມ 5 ປະເທດຄູ່ຮ່ວມພັດທະນາໄດ້ສະເໜີເປີດຕະຫຼາດໃຫ້ແກ່ ສປປ ລາວ ແລ້ວ 82-100%, ຍັງມີປະເທດດຽວຄື: ສ ເກົາຫຼີ ທີ່ສະເໜີເປີດຕະຫຼາດໃຫ້ແກ່ລາວຍັງບໍ່ເຖິງ 60% ຂອງສິນຄ້າສົ່ງອອກຂອງ ສປປ ລາວ) ສໍາລັບການຄ້າດ້ານບໍລິການຂອງ ສປປ ລາວ ສະເໜີເປີດໄດ້ແລ້ວ 80 ກວ່າຂະແໜງການຍ່ອຍ. ສ່ວນການເຊື່ອມໂຍງການຄ້າຫຼາຍຝ່າຍ ໄດ້ປັບປຸງນິຕິກໍາເພື່ອເອື້ອອໍານວຍຄວາມສະດວກດ້ານການຄ້າໃນນາມເປັນສະມາຊິກອົງການຄ້າໂລກຄື: ໄດ້ສໍາເລັດການສ້າງດໍາລັດວ່າດ້ວຍອົງການດັດສົມໂທລະຄົມ, ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ແລະ ການສ້າງກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ. ສຳລັບການເຊື່ອມໂຍງການຄ້າສອງຝ່າຍ ກໍຄືການເຊື່ອມໂຍງດ້ານການຄ້າລະຫວ່າງລາວກັບບັນ ດາປະເທດອາຊຽນເຊັ່ນ: ການເຊື່ອມໂຍງການຄ້າລະຫວ່າງ ລາວ-ຈີນ ມີມູນຄ່າການຄ້າສອງຝ່າຍບັນລຸໄດ້ 2.163 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 14%, ໃນນັ້ນ ສິນຄ້າລາວສົ່ງອອກມີມູນຄ່າ 1.346 ລ້ານໂດລາສະຫະລັດ ແລະ ນໍາເຂົ້າມູນຄ່າ 817 ລ້ານໂດລາສະຫະລັດ. ເຊື່ອມໂຍງລະຫວ່າງ ລາວ-ຫວຽດນາມ ມູນຄ່າການຄ້າສອງຝ່າຍບັນລຸໄດ້ 1.173 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 17%, ໃນນັ້ນ ລາວສົ່ງອອກມີມູນຄ່າ 636 ລ້ານໂດລາສະຫະລັດ ແລະ ນໍາເຂົ້າມູນຄ່າ 536 ລ້ານໂດລາສະຫະລັດ ແລະ ການເຊື່ອມໂຍງການຄ້າລະ ຫວ່າງ ລາວ-ໄທ ມູນຄ່າການຄ້າສອງຝ່າຍບັນລຸໄດ້ 4.993 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 7,67%, ໃນນັ້ນ ລາວສົ່ງອອກມູນຄ່າ 2.218 ແລະ ນໍາເຂົ້າມູນຄ່າ 2.774 ລ້ານໂດລາສະຫະລັດ. ກອງປະຊຸມຄັ້ງນີ້ ຍັງເປັນເວທີແລກປ່ຽນຄໍາຄິດເຫັນ, ແກ້ຂໍ້ຂ້ອງໃຈ ເພື່ອມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານເຊື່ອມໂຍງເສດຖະກິດ ແລະ ວິທີການເຂົ້າເຖິງຂໍ້ມູນການຄ້າທີ່ຈໍາເປັນ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

