ຫາລືສ້າງເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ
ວັນທີ 16 ກັນຍາ 2025 ນີ້ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈັດກອງປະຊຸມ ຄັ້ງທີ 2 ໃນການສ້າງເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ ແລະ ພັດທະນາແຜນດໍາເນີນງານເຄື່ອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກລາວ, ທ່ານ ດຣ. Balvinder Singh Gill ຫົວໜ້າສະຖາບັນວິເຄາະແຫ່ງຊາດ, ກະຊວງສາທາລະນະສຸກ ປະເທດມາເລເຊຍ, ທ່ານ Mr. Mark Gallagher ເອກອັກຄະລັດຖະທູດສະຫະພາບ ອີຍູ ປະຈຳ ສປປ ລາວ, ທ່ານ ນາງ Caitlin Sievert ເລຂາໂທ ປະຈໍາສະຖານເອກອັກຄະລັດຖະທູດ ການາດາ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເສີມສ້າງຄວາມເຂັ້ມແຂງຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານສຸຂະພາບ ໃນຂົງເຂດພາກພື້ນກໍຄືໃນບັນດາປະເທດອາຊຽນ, ກໍຄືແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນເພື່ອເປັນເອກະສານອ້າງອີງໃນການຈັດຕັ້ງປະຕິບັດຕາມຖະແຫຼງການຜູ້ນຳອາຊຽນວ່າດ້ວຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ທີ່ຖືກຮອງຮັບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ່ 44 ແລະ 45 ໃນເດືອນ ປີ 2024 ທີ່ນະຄອນຫຼວງວຽງຈັນ.
ນອກນນີ້ ຈະໄດ້ມີການສົນທະນາປືກສາຫາລື ແລະ ປະກອບຄຳເຫັນ ເພື່ອຄົບຖ້ວນສົມບູນ ແລະ ເປັນເອກະພາບໃນຂົງເຂດພາກພື້ນອາຊຽນ ນອກຈາກນີ້ ຍັງຈະໄດ້ກຳນົດກິດຈະກຳລະອຽດເພື່ອລະບຸບັນດາປະເທດທີ່ຈະເປັນຜູ້ນຳພາ ແລະ ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານຢ່າງເປັນລະອຽດ ເພື່ອຮັບປະກັນໃນການເປັນເຈົ້າການຮ່ວມກັນໃນການຮ່ວມມືເສີມສ້າງຄວາມເຂັ້ມແຂງໃນຂົງເຂດພາກພື້ນອາຊຽນໃນການປ້ອງກັນ, ຄົ້ນຫາແຕ່ຫົວທີ ແລະ ໂຕ້ຕອບບັນດາໄພຂຸມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫຍ່ຂຶ້ນໃນຕໍ່ໜ້າ.

