ກະຕໍ້ທີມຊາດລາວຈະເຂົ້າຮ່ວມ 3 ລາຍການ ໃນງານກິລານັກຮຽນອາຊຽນ

ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ຈະສົ່ງນັກກິລາເຂົ້າຮ່ວມ 3 ລາຍການ ໃນການແຂ່ງຂັນງານມະຫາກໍາກິລານັກຮຽນອາຊຽນ ຄັ້ງທີ 10 ທີ່ປະເທດມາເລເຊຍ ເຊິ່ງຈະຈັດຂຶ້ນທ້າຍເດືອນກໍລະກົດ 2018.
ທ່ານ ອານຸສອນ ເຄນຕິສັກ ຮອງປະທານສະຫະພັນກະຕໍ້ແຫ່ງຊາດລາວ ໃຫ້ສໍາພາດວ່າ: ປັດຈຸບັນພວກເຮົາພວມຂຸ້ນຂ້ຽວຝຶກຊ້ອມນັກມວຍ 12 ຄົນທີ່ເປັນເປົ້າໝາຍເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 10 ປະເທດມາເລເຊຍ ລະຫວ່າງວັນທີ 19-27 ກໍລະກົດນີ້. ສໍາລັບການເຂົ້າຮ່ວມແຂ່ງຂັນຄັ້ງນີ້ຈະເຂົ້າຮ່ວມ 3 ລາຍການຄື: ປະເພດທີມດ່ຽວຊາຍ, ທີມຄູ່ຊາຍ ແລະ ທີມຊຸດຊາຍ.
ການແຂ່ງຂັນຄັ້ງນີ້ ສປປ ລາວ ກໍຄືທາງກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ຈະສົ່ງຄະນະນຳຄູເຝິກ ແລະ ທັບນັກກິລານັກຮຽນລາວເຂົ້າຮ່ວມທັງໝົດ 73 ຄົນ, ໃນນັ້ນ ສະເພາະນັກກິລາມີ 48 ຄົນ ຈາກ 4 ປະເພດ ປະກອບມີ: ດອກປີກໄກ່ 12 ຄົນ, ແລ່ນ-ລານ 17 ຄົນ, ກະຕໍ້ 12 ຄົນ ແລະ ລອຍນໍ້າ 7 ຄົນ.

