ຟີລິບປິນຍອມຮັບຜະລິດເຂົ້າໄດ້ເອງບໍ່ພຽງພໍ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ກ່າວໃນວັນທີ 13 ມິຖຸນາວ່າ: ທ່ານບໍ່ເຊື່ອວ່າຟີລິບປິນຈະເປັນປະເທດທີ່ສາມາດຜະລິດເຂົ້າໄດ້ເອງຢ່າງພຽງພໍຕໍ່ຄວາມຕ້ອງການພາຍໃນປະເທດ. ໝາຍຄວາມວ່າ ລັດຖະບານມະນິລາຍັງຕ້ອງນຳເຂົ້າເຂົ້າຈາກປະເທດເພື່ອນບ້ານຕໍ່ໄປ ໂດຍທ່ານ ດູເຕີເຕ ໃຫ້ເຫດຜົນກ່ຽວກັບການຫລຸດລົງຂອງເນື້ອທີ່ກະສິກຳໃນຟີລິບປິນ. ຂະນະທີ່ຈຳນວນປະຊາກອນໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ຜົນຜະລິດເຂົ້າ ເຊິ່ງປູກເອງບໍ່ພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນ.
ທັງນີ້, ຜູ້ນຳຟີລິບປິນມີຄຳສັ່ງໃນເດືອນເມສາຜ່ານມາ ມອບໃຫ້ສຳນັກງານອາຫານແຫ່ງຊາດ (NFA) ຂະຫຍາຍໂກຕ້າເຂົ້າໃຫ້ພຽງພໍສຳລັບການບໍລິໂພກພາຍໃນປະເທດເປັນເວລາ 60 ວັນ ຫລື ປະມານ 1,92 ລ້ານໂຕນ ແລະ ທ່ານຕ້ອງການໃຫ້ປະລິມານເຂົ້າໃນສາງພຽງພໍສະເໝີ. ປັດຈຸບັນ ຟີລິບປິນມີປະຊາກອນປະມານ 106 ລ້ານຄົນ ແລະ ລັດຖະບານມະນິລາເປັນລູກຄ້າລາຍໃຫຍ່ໃນການຊື້ເຂົ້າຈາກປະເທດເພື່ອນບ້ານຮ່ວມພາກພື້ນອາຊີຕາເວັນອອກສຽງໃຕ້ ຄືໄທ ແລະ ຫວຽດນາມ ເຊິ່ງແຂ່ງຂັນກັນຢ່າງໜັກມາຕະຫລອດໃນການເປັນຜູ້ຂາຍເຂົ້າ “ລາຄາດີທີ່ສຸດ” ໃຫ້ຟີລິບປິນ.
ເຖິງຢ່າງໃດກໍຕາມ, ລາຄາຂາຍຍ່ອຍເຂົ້າສານໃນຟີລິບປິນເພີ່ມສູງຂຶ້ນເລື້ອຍໆມາແຕ່ຕົ້ນປີນີ້ ເນື່ອງຈາກລັດຖະບານມະນິລາຢຸດມາດຕະການອຸດໜູນລາຄາສິນຄ້າປະເພດດັ່ງກ່າວ. ຂະນະທີ່ອັດຕາເງິນເຟີ້ຂອງປະເທດໃນເດືອນພຶດສະພາຜ່ານມາ ຢູ່ລະດັບສູງສຸດຢ່າງໜ້ອຍໃນຮອບ 5 ປີ.

