ແຜ່ນດິນໄຫວ ຢູ່ປາປົວ ນີວກີນີ(Papua New Guinea)ວັດແທກຄວາມສັ່ນສະເທືອນໄດ 7.7 ຣິກເຕີ( richter)

ຮຽບຮຽງໂດຍ: ລູກເມືອງພວນ

ສູນເຕືອນໄພ ຄື່ນຊືນາມິ ປາຊີຟິກ ໃຫ້ຮູ້ວ່າ: ກ່ອນໜ້ານີ້ 18 ຊົ່ວໂມງ ຂອງວັນທີ 15 ພຶດສະພານີ້, ໄດ້ເກີດແຜ່ນດິນໄຫວຢູ່ປະເທດ ປາປົວນີວກີນີ, ທິດໃຕ້ຂອງມະຫາສະມຸດປາຊີຟິກແທກຄວາມແຮງໄດ້ 7.7 ຣິກເຕີ ແລະ ມີການແຈ້ງເຕືອນວ່າ ໃຫ້ລະວັງຄື່ນຊືນາມິຊິຕາມມາ.

ແຜ່ນດິນໄຫວທີ່ມີຄວາມແຮງວັດແທກໄດ້ 7.7 ຣິກເຕີ, ມີຄວາມເລີກລົງໄປໃນພື້ນດິນ 10 ກມ, ຫ່າງຈາກ Kokopo, Papua New Guinea ປະມານ 30 ກມ ໄປທາງທິດຕາເວັນອອກສ່ຽງເໜືອ.

ອີງໃສ່ຄວາມແຮງແທກໄດ້ດັ່ງກ່າວ, ອາດຈະເກີດຄື່ນຊືນາມິຂຶ້ນມາໄດ້ໃນວົງລັດສະໝີ 1000ກມ ຈາກສູນກາງຂອງມັນ. ຄື່ນຊືນາມິກໍອາດຈະສ້າງຄວາມອັນຕະລາຍໃຫ້ແກ່ໝູ່ເກາະທີ່ຢູ່ໃກ້ຄຽງທາງທິດໃຕ້ຂອງມະຫາສະມຸດ ປາຊີຟິກ ອີກດ້ວຍ.

ນອກນັ້ນ, ບັນດາຊ່ຽວຊານດ້ານແຜ່ນດິນໄຫວ ຍັງໃຫ້ຮູ້ອີກວ່າ: ບໍ່ທັນສາມາດຢືນຢັນໄດ້ຢ່າງຊັດເຈນວ່າ ເວລາໃດ ຄື່ນຊືນາມິ ຈະໄປເຖິງ ເກາະ ຮາວາຍ ຂອງ ສະຫະລັດ. ຍີ່ປຸ່ນ ກໍເປັນຊາດໜຶ່ງກຳລັງຕິດຕາມເຫດການຢ່າງໃກ້ສິດ ໃນຄັ້ງນີ້.

Kokopoຢູ່ທາງທິດຕາເວັນອອກທີ່ຂຶ້ນກັບແຂວງ  New Britain, ມີເນື້ອທີ່ ຫຼາຍກ່ວາ 15,7 ກມ2, ມີພົນລະເມືອງປະມານ 329 ພັນຄົນ ຊຶ່ງເຄີຍຖືກຫາຍຍະນະທັງໝົດມາຄັ້ງໜຶ່ງແລ້ວໃນປີ1994.

ອີງຕາມແຫຼ່ງຂ່າວhttps://www.dulichvietnam.com.vn,15/5