ຖະແຫລງການຂອງກະຊວງການຕ່າງປະເທດລາວຕໍ່ຜົນການພົບປະສຸດຍອດຂອງຜູ້ນຳ ສປປ ເກົາຫລີ ແລະ ອາເມລິກາ
ສປປ ລາວ ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນຳ ສປປ ເກົາຫລີ ແລະ ສະຫະລັດອາເມລິກາໃນວັນທີ 12 ມີຖຸນາຜ່ານມານີ້, ທີ່ປະເທດສິງກະໂປ. ສປປ ລາວ ເຫັນວ່າຜົນການພົບປະຄັ້ງນີ້ຈະເປັນບາດລ້ຽວໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ, ເຊິ່ງຈະປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນແຫລມເກົາຫລີ ແລະ ໃນໂລກ ກໍຄືການສ້າງແຫລມເກົາຫລີໃຫ້ເປັນເຂດປອດອາວຸດນິວເຄລຍ.
ສປປ ລາວ ຫວັງຢ່າງຍິ່ງວ່າທຸກຝ່າຍທີ່ກ່ຽວຂ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນເສີມຂະຫຍາຍທ່ວງທ່າທີ່ດີໃນປັດຈຸບັນນີ້ ເພື່ອສືບຕໍ່ປຶກສາຫາລືກັນແກ້ໄຂບັນຫາແຫລມເກົາຫລີໃນທາງສ້າງສັນຢ່າງບໍ່ຢຸດຢັ້ງ.
ສປປ ລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນການສ້າງແຫລມເກົາຫລີໃຫ້ປອດອາວຸດນິວເຄລຍດ້ວຍສັນຕິວິທີ ເພື່ອຜົນປະໂຫຍດ ກໍຄືສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນແຫລມເກົາຫລີ, ໃນພາກພື້ນ ແລະ ໃນໂລກໂດຍລວມ.

