ຫາລື ກະກຽມຄວາມພ້ອມເປີດດ່ານ ແລະ ມາດຕະການໃນການເຂົ້າ-ອອກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1

ວັນທີ 6 ພຶດສາພາ 2022 ຫ້ອງການຄຸ້ມຄອງດ່ານ ຂົວມິດຕະພາບລາວ-ໄທແຫ່ງທີ 1 ຫາລື ກະກຽມຄວາມພ້ອມເປີດດ່ານ ແລະ ມາດຕະການໃນການເຂົ້າ-ອອກ ໂດຍເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ມີຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຜູ້ຕາງໜ້າຈາກບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມລິດ ພັນທະຈັກ ຫົວໜ້າຫ້ອງການຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທແຫ່ງທີ 1 ໄດ້ລາຍງານວ່າ: ການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງຄ່ານໄລຍະຜ່ານມາ ເພື່ອກຽມຄວາມພ້ອມໃນການເປີດດ່ານສາກົນຢ່າງເຕັມຮູບແບບຄະນະໄດ້ສຸມໃສ່ຫຼາຍໜ້າວຽກເປັນຕົ້ນ ວຽກຕາໜ່າງເຕັກນິກ ໄດ້ບໍາລຸງຮັກສາ-ກວດກາດ້ານເຕັກນິກ, ຈັກໄຟຟ້າສໍາຮອງ ເພື່ອຮັບປະກັນສະໜອງກະແສໄຟຟ້າໃຫ້ແກ່ການປະຕິບັດວິຊາສະເພາະຂອງເຈົ້າໜ້າທີ່ເວລາໄຟຫຼວງບໍ່ມາປ່ຽນຖ່າຍອຸປະກອນໄຟຟ້າແສງສະຫວ່າງພາຍໃນຕຶກອາຄານໄຟເຍືອງທາງຕ່າງໆໃຫ້ນໍາໃຊ້ໄດ້ປົກກະຕິ ສໍາລັບຈຸດເຊື່ອມຕໍ່ເຂດຫົວຂົວກັບທາງໂລຈິສຕິກ ໄດ້ສົມທົບກັບໃຫ້ບໍລິສັດວຽງຈັນໂລຈິສຕິກ, ເລັ່ງຈັດຕັ້ງປະຕິບັດວຽກງານທີ່ຍັງບໍ່ສໍາເລັດ ເປັນຕົ້ນ ໄຟເຍືອງທາງ ອະນາໄມເສດກ້ອນເບຕົງ ກໍ່ສ້າງແທ່ນກາຊາດໃຫ້ສໍາເລັດໂດຍໄວວຽກແຕ້ມເສັ້ນຊ່ອງຈາລະຈອນ ແລະ ປ້າຍຈາລະຈອນ ຄະນະຫ້ອງການໄດ້ສົມທົບກັບຂະແໜງປະເມີນຜົນ ພະແນກແຜນການ ແລະ ການລົງທິນກໍາລັງ ປັບປຸງເນື້ອໃນບົດສະເໜີໂຄງການຈະໃຫ້ສໍາເລັດໃນອາທິດຕໍ່ໜ້ານີ້ ໄດ້ຮ່າງໜັງສືສະເໜີໃຫ້ຫົວໜ້າຄະນະຄຸ້ມຄອງດ່ານສະເໜີຫາພະແນກ ການເງິນນະຄອນຫຼວງ ເພື່ອຂໍງົບປະມານຈໍານວນ 774 ລ້ານກີບ ເພື່ອມາຈັດຕັ້ງປະຕິບັດວຽກງານທີ່ຈໍາເປັນ-ຮີບດ່ວນ ເປັນຕົ້ນ ວຽກແຕ້ມ ເສັ້ນຈາລະຈອນ ແລະ ຕິດຕັ້ງປ້າຍຈາລະຈອນຢູ່ບໍລິເວນດ່ານ.
ປັດຈຸບັນ ແມ່ນກໍາລັງຂຶ້ນແຜນສ້ອມແປງພື້ນກະໂລເລນຜູ້ໂດຍສານເຂົ້າ-ອອກດ່ານ ປັບປຸງທໍ່ລະບາຍນ້ໍາແອ ໃຫ້ເປັນລະບຽບ ໄດ້ຈັດກອງປະຊຸມຮ່ວມກັບຜູ້ປະກອບການທຸລະກົດຢູ່ດ້ານຫຼັງອາຄານດ່ານ ເພື່ອສືບຕໍ່ປະຕິບັດເລີກຮື້-ຍົກຍ້າຍຕູ້ອອກຈາກບໍລິເວນດັ່ງກ່າວ ແລະ ຈະໄດ້ ແຈ້ງການຫາພາກສ່ວນດັ່ງກ່າວຕື່ມໃນຕໍ່ໜ້າໄດ້ສົມທົບບໍລິສັດ ເອສທີກຣຸບ ຂຶ້ນແຜນເລີກຮື້ຟຸດບາດ ແລະ ຮ່ອງລະບາຍນໍ້າຕໍ່ໜ້າທາງເຂົ້າອອກ ເອສ ທີ່ ເວ ກັສ ເພື່ອກໍ່ສ້າງເປັນບ່ອນຈອດລົດເມປະຈໍາດ່ານ ເຊິ່ງມາຮອດງວດ 1 ປີ 2022 ໄດ້ມີສະຖິຕິຜູ້ໂດຍສານແລະ ພາຫະນະເຂົ້າອອກດ່ານສາມາດແຈ້ງຄົນເຂົ້າເມືອງ 9.004 ຄົນ, ແຈ້ງຄົນອອກເມືອງ 22.997 ຄົນ, ພາຫະນະລົດບັນທຸກເຂົ້າເມືອງ 6.222 ຄັນ ພາຫະນະລົດບັນທຸກອອກເມືອງ 21.198 ຄັນ ສາມາດມີລາຍຮັບຄ່າຜ່ານຂົວເເຕ່ຕົ້ນປີມາຮອດວັນ 30 ເມສາ 2022 ໄດ້ທັງໝົດ 991 ລ້ານກີບ ໃນຈໍານວນພາຫະນະ 14.452 ເທື່ອຄັນ.
ທ່ານຮອງເຈົ້າຄອງ ໄດ້ມີຄໍາເຫັນຊີ້ນໍາບັນດາພະແນກການກ່ຽວຂ້ອງ ເພື່ອກະກຽມໃນວຽກງານດັ່ງກ່າວ ເປັນຕົ້ນການຈັດຕັ້ງປະຕິບັດມາດຕະການປ້ອງການພະຍາດໂຄວິດ-19 ໃນແຕ່ລະຂັ້ນໃຫ້ເປັນລະບົບ ຊີ້ນໍາການໃຫ້ມີການກະກຽມຈຸດພົ່ນຢາຂ້າເຊື້ອພາຫະນະ ເຂົ້າ-ອອກ ແຕ່ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ມີການປະສານສົມທົບກັນຢ່າງກົມກຽວໂດຍສະເພາະ ພະນັກງານຮັບຜິດຊອບຢູ່ດ່ານທີ່ຖືກ ແຕ່ງຕັ້ງຕ້ອງໄດ້ເຮັດໜ້າວຽກຕາມພາລະບົດບາດຂອງຕົ້ນໃຫ້ຫຼ້ອນໜ້າທີ່ການຈັດຕັ້ງມອບໝາຍໃຫ້ ເພາະວ່າພາຍຫຼັງການເປີດດ່ານຈະມີການເພີ່ມຂຶ້ນຂອງຈໍານວນພາຫະນະ ແລະ ພົນລະເມືອງເຂົ້າ-ອອກດ່ານຫຼາຍຂຶ້ນ ຕ້ອງມີການຈັດສັນຄວາມເປັນລະບຽບຮຽບຮ້ອຍຢ່າງ ຄັກແນ່ ໂດຍຜັນຂະຫຍາຍເອົານະໂຍບາຍ 6 ສ ຂອງ ນວ ເປັນບ່ອນອີງ ເປັນຕົ້ນ ການປະຕິບັດລະບຽບໃຫ້ມີຄວາມສະຫງົບການແຈ້ງຄົນ ເຂົ້າ-ອອກເມືອງ ເອົາໃຈໃສ່ປັບປຸງອະນາໄມພື້ນທີ່ໃຫ້ມີຄວາມສະອາດງາມຕາ ມີຄວາມສີວິໄລ ກໍຄືການບໍລິການຢູ່ຈຸດປ່ອງບໍລິການຕ້ອງໃຫ້ມີ ຄວາມທັນສະໄໝ ໄປພ້ອມສົ່ງອໍານວຍຄວາມສະດວກດ້ານອື່ນໆໃນແຕ່ລະດ້ານໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ເພື່ອຮອງຮັບການເປີດດ່ານສາກົນຕາມແຈ້ງການຂອງລັດຖະບານໃນມໍ່ໆນີ້.
ຂ່າວ: ໜັງສືພິມວຽງຈັນໃໝ່

