ກົມແຜນການກະຊວງສຶກສາທິການ ແລະ ກິລາ ສະຫລຸບວຽກງານກຳມະບານ

ເມື່ອບໍ່ດົນມານີ້, ໜ່ວຍ ກໍາມະບານ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໄດ້ສະຫຼຸບຕີລາ ຄາ ວຽກງານກໍາມະບານ ໄລຍະ 6 ເດືອນຕົ້ນປີ 2018, ໂດຍການເປັນປະທານຂອງສະຫາຍ ວິລະສັກ ທິບພະເນດ ເລຂາໜ່ວຍພັກ ກົມແຜນ ການ, ມີຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ພ້ອມດ້ວຍ ແລະ ສະ ມາຊິກກໍາມະບານພາຍໃນ ໜ່ວຍເຂົ້າຮ່ວມຢ່າງພ້ອມ ພຽງ ແລະ ໄດ້ຮັບຟັງການຕີລາຄາ.
+ ລາວກຽມຮ່ວມມືສຶກສາຄວາມເປັນໄປໄດ້ການສ້າງເຂດພັດທະນາຊອບແວ
+ ກະຊວງສຶກສາທິການ ແລະ ກິລາ ຫາລືວຽກງານກວດກາ
ວຽກງານການສຶກສາ ອົບຮົມການເມືອງ, ແນວ ຄິດການປັບປຸງການຈັດຕັ້ງ ແລະ ຂະຫຍາຍກໍາມະບານ, ວຽກງານຂະບວນການ, ການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງສະມາຊິກ ກໍາມະບານ, ການພົວພັນ ຕ່າງປະເທດ ແລະ ກວດກາ, ໂດຍເຫັນວ່າຄະນະໜ່ວຍ ພັກຂອງກົມໄດ້ເອົາໃຈໃສ່ຊີ້ ນໍາຄະນະໜ່ວຍກໍາມະບານຢ່າງໄກ້ຊິດ, ສະມາຊິກກໍາ ມະບານ ທຸກສະຫາຍມີແນວ ຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງຂອງ ພັກ ແລະ ລັດ, ປະຕິບັດລະ ບຽບກົດໝາຍ ຢ່າງເຂັ້ມ ງວດ ແລະ ເອົາໃຈໃສ່ຕໍ່ວຽກ ງານວິຊາສະເພາະດ້ວຍ ຄວາມຮັບຜິດຊອບສູງ.
ກອງປະຊຸມຍັງໄດ້ ມອບໃບຍ້ອງຍໍໃຫ້ຜູ້ມີຜົນ ງານດີເດັ່ນໃນການປະກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານກຳມະບານ ໃນຜ່ານມາ ແລະ ໄດ້ມີການ ປ່ອນບັດທາບທາມ ຄະນະ ບໍລິຫານງານໜ່ວຍກໍາມະ ບານຊຸດໃໝ່ອີກດ້ວຍ.

