ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການກຳນົດແສງ, ສີ, ສຽງຫວໍ ແລະ ໄຟສັນຍານເຕືອນ

ເມື່ອບໍ່ດົນມານີ້, ໄດ້ມີກອງປະຊຸມເຜີຍແຜ່ຂໍ້ຕົກລົງສະບັບເລກທີ 44/ນຍ ວ່າດ້ວຍການກໍານົດແສງ, ສີ, ສຽງຫວໍ ແລະ ໄຟສັນຍານເຕືອນເທິງຫລັງຄາລົດທີ່ມີອະພິສິດໃນ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫລວດກະຊວງ ປກສ, ພ້ອມດ້ວຍຜູ້ຕາງໜ້າກະຊວງສາທາລະນະສຸກ, ໜ່ວຍກູ້ໄພ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ໃນພິທີ, ທ່ານພັນໂທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫລວດຈະລາຈອນ ໄດ້ຂຶ້ນເຜີຍແຜ່ຂໍ້ຕົກລົງດັ່ງກ່າວຂອງນາຍົກລັດຖະມົນຕີທີ່ໄດ້ກໍານົດຫລັກການ, ລະບຽບການກ່ຽວກັບການກໍານົດແສງ, ສີ, ສຽງຫວໍ ແລະ ໄຟສັນຍານເຕືອນເທິງຫລັງຄາລົດມີອະພິສິດໃນ ສປປ ລາວ ໃຫ້ປະຕິບັດຕາມດັ່ງນີ້: ສໍາລັບລົດຈະລາຈອນເປີດທາງໃຫ້ຂະບວນການນໍາພັກ-ລັດ ແລະ ແຂກຕ່າງປະເທດ ແມ່ນໃຫ້ຕິດຕັ້ງໄຟສີຟ້າ ແລະ ສີແດງເທິງຫລັງຄາລົດມີສຽງຫວໍ (Wail) ເປັນບູລິມະສິດທີ 1, ສໍາລັບລົດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໃຫ້ຕິດຕັ້ງໄຟສີແດງເທິງຫລັງຄາລົດ ແລະ ມີສຽງຫວໍ (YEIP) ເປັນບູລິມະສິດທີ 2, ສໍາລັບລົດມອດໄຟແມ່ນໃຫ້ຕິດຕັ້ງໄຟສີແດງເທິງຫລັງຄາລົດ ແລະ ມີສຽງຫວໍ(Wail) ເປັນບູລິມະສິດທີ 2. ສໍາລັບລົດໂຮງໝໍ, ລົດກູ້ໄພ ແລະ ລົດອົງການສາກົນເພື່ອຄົນພິການປະຈໍາລາວແມ່ນໃຫ້ຕິດຕັ້ງໄຟສີຟ້າເທິງຫລັງຄາລົດ ແລະ ມີສຽງຫວໍ (Hi-Lo) ເປັນບູລິມະສິດທີ 3. ລົດຝ່າຍປະຕິບັດການໄຟຟ້າແມ່ນໃຫ້ຕິດຕັ້ງໄຟສີເຫລືອງເທິງຫລັງຄາລົດ ແລະ ມີສຽງຫວໍ (YEIP) ເປັນບູລິມະສິດທີ 4. ສ່ວນລົດຂອງກົມລ້ຽງສັດ ແລະ ການປະມົງ, ລົດນໍາໜ້າຂະບວນລົດຂົນສົ່ງສິນຄ້າ ແລະ ລົດອານາໄມເທດສະບານແມ່ນໃຫ້ຕິດໄຟສີເຫລືອງເທິງຫລັງ ຄາລົດ ແລະ ໃຫ້ໃຊ້ສຽງແກລົດ (ບໍ່ອະນຸຍາດໃຫ້ນໍາໃຊ້ສຽງຫວໍສະເພາະລົດແຕ່ລະພາກສ່ວນທີ່ມີອະພິສິດນໍາໃຊ້ແສງ, ສີ, ສຽງຫວໍ ນັ້ນແມ່ນບໍ່ອະນຸຍາດໃຫ້ນໍາໃຊ້ສຽງຫວໍເລີ່ມແຕ່ເວລາ 18:00-6:00 ໂມງຢ່າງເດັດຂາດ).
ທ່ານພົນຈັດຕະວາ ທອງສະຫວັນ ກ່າວວ່າ: ໃນນາມກົມໃຫຍ່ຕໍາຫລວດທີ່ມີສິດ, ໜ້າທີ່ຄຸ້ມຄອງ, ກວດກາການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນໃນການນໍາໃຊ້ແສງ, ສີ, ສຽງຫວໍ ແລະ ໄຟສັນຍານເຕືອນເທິງຫລັງຄາລົດ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຂໍຕົກລົງຂອງນາຍົກລັດຖະມົນຕີສະບັບນີ້ຢ່າງເຂັ້ມງວດ, ເພື່ອສາມາດຈໍາແນກໄດ້ວ່າລົດດັ່ງກ່າວເປັນຂອງພາກສ່ວນໃດ. ນອກນີ້, ກໍຂໍໃຫ້ລົດໂຮງໝໍ, ລົດກູ້ໄພ ແລະ ພາກສ່ວນອື່ນໆເຂັ້ມງວດປະຕິບັດກ່ຽວກັບການຫ້າມນໍາໃຊ້ສຽງຫວໍໃນເວລາ 18:00-6:00 ໂມງ, ຖ້າວ່າພາກສ່ວນໃດຫາກຝ່າຝືນຈະຖືກກ່າວເຕືອນ ຫລື ປະຕິບັດຕາມລະບຽບທີ່ວາງອອກ.

