ຟີຟາຖະແຫລງຄວາມພ້ອມ ແລະ ໃຊ້ VAR ເທື່ອທຳອິດໃນບານໂລກ 2018

ປິແອຣ໌ລຸຍຈິ ຄອລລິນາ ປະທານຄະນະກຳມະການຜູ້ຕັດສິນຂອງສະຫະພັນບານເຕະນາໆຊາດ (ຟີຟາ) ຈັດການຖະແຫລງຂ່າວເຖິງຄວາມພ້ອມຂອງຜູ້ຕັດສິນຟີຟາທີ່ຈະໃຊ້ລະບົບວິດີໂອບັນທຶກພາບຊ່ວຍຜູ້ຕັດສິນ (VAR) ໃນລະຫວ່າງການແຂ່ງຂັນບານໂລກ 2018 ທີ່ປະເທດຣັດເຊຍ ເຊິ່ງຈະເລີ່ມເປີດສະໜາມນັດທຳອິດໃນມື້ນີ້.
ຄະນະກຳມະການຜູ້ຕັດສິນຟີຟາທີ່ໄດ້ຮັບຄັດເລືອກໃຫ້ເຮັດໜ້າທີ່ໃນບານໂລກຣັດເຊຍໄດ້ເຂົ້າຮ່ວມການອົບຮົມ ໃນວັນທີ 6 ມິຖຸນາ ກ່ອນເກມນັດທຳອິດຈະເລີ່ມຂຶ້ນ. ເນສເຕີຣ໌ ປິຕານາ ຜູ້ຕັດສິນຊາວອາເຈນຕິນາ ຮັບຜິດຊອບເກມ ຣັດເຊຍ ພົບ ຊາອຸດິອາຣະເບຍ ຄູ່ເປີດສະໜາມທີ່ລຸຈນີກິ ສະເຕດ້ຽມ ໃນນະຄອນຫລວງມອສໂກ ວັນທີ 14 ມິຖຸນານີ້ ແລະ ຈະເປັນການໃຊ້ເຕັກໂນໂລຊີ VAR ທີ່ໃຊ້ພາບວິດີໂອຊ່ວຍຕັດສິນເປັນເທື່ອທຳອິດໃນບານໂລກ. ປິຕານາ ເຮັດໜ້າທີ່ຜູ້ຕັດສິນໃນບານໂລກເປັນເທື່ອທີສອງແລ້ວ ຫລັງຈາກເຄີຍລົງເປົ່າມາ 4 ເກມໃນບານໂລກບຣາຊິລເມື່ອ 4 ປີກ່ອນ. ຖະແຫລງການຟີຟາຫວັງວ່າ VAR ຈະຊ່ວຍຫລຸດຜ່ອນຄວາມຂ້ອງໃຈຂອງແຟນບານທີ່ສົງໄສວ່າຜູ້ຕັດສິນລຳອຽງ, ເບິ່ງບໍ່ຊັດເຈນ ຫລື ສຸຈະລິດ ພາຍຫລັງຂ່າວຜ່ານມາຜູ້ຕັດສິນຊາອຸດິອາຣະເບຍຖືກຖອດອອກຈາກຜູ້ຕັດສິນບານໂລກ ເນື່ອງຈາກສະມາຄົມບານເຕະຊາອຸດິອາຣະເບຍສ່ັງຫ້າມລົງຕັດສິນຕະຫລອດການ ເພາະພົວພັນຮັບສິນບົນ, ສ່ວນຜູ້ຊ່ວຍຜູ້ຕັດສິນຊາວເຄນຢາຕ້ອງອອກຈາກການເຮັດໜ້າທີ່ໃນບານໂລກ ຫລັງຖືກຈັບໄດ້ວ່າຮັບເງິນ. ປະທານຜູ້ຕັດສິນຟີຟາຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ບານໂລກ 2018 ໃນແຕ່ລະເກມຈະແບ່ງເປັນຜູ້ຕັດສິນ, ຜູ້ຊ່ວຍຜູ້ຕັດສິນ ແລະ ຜູ້ຕັດສິນ VAR.

