ຣິສ ເຈມ ເຊັນສັນຍາໄລຍະຍາວກັບເຊລຊີ ເຖິງປີ 2028

ຣິສ ເຈມ ກອງຫລັງທີມຊາດອັງກິດ ເຊັນສັນຍາສະບັບໃຫມ່ກັບ ເຊລຊີ 6 ປີ ຫລື ເຖິງປີ 2028 ຢ່າງເປັນທາງການ ຂະນະທີ່ສື່ ລາຍງານໄດ້ຄ່າເມື່ອຍເພີ່ມຂຶ້ນ 250,000 ປອນ/ອາທິດ.
ສຳລັບ ເຈມ ຄືນັກເຕະຈາກທີມຊຸດເຍົາວະຊົນຂອງ ເຊລຊີ ກ່ອນໄດ້ຂຶ້ນມາສູ່ທີມຊຸດໃຫຍ່ເມື່ອປີ 2018 ກ່ອນຖືກຢືມຕົວໄປຢູ່ກັບ ວີແກນ ແອດເລຕິກ ເມື່ອລະດູການ 2018-2019.
ຫລັງຈາກກັບມາຈາກການຢືມຕົວ ກອງຫລັງອາຍຸ 22 ປີ ລາຍນີ້ກໍສ້າງຜົນງານໄດ້ຢ່າງໂດດເດ່ັນ ຈົນຍຶດຕຳແໜ່ງຕົວຈິງຕໍ່ເນື່ອງ ດ້ວຍສະຖິຕິລົງສະໜາມ 128 ນັດ ລວມທຸກລາຍການ ຍິງໄດ້ 10 ປະຕູ ກັບ 20 ແອສຊິສ.
ຈົນຫລ້າສຸດ ເຊລຊີ ໄດ້ອອກຖະແຫລງຢ່າງເປັນທາງການວ່າ ເຈມ ໄດ້ເຊັນສັນຍາສະບັບໃຫມ່ກັບທີມເຊິ່ງສົ່ງຜົນໃຫ້ລາວຈະຢູ່ກັບ ເຊລຊີ ໄປອີກ 6 ປີ ຫລື ເຖິງປີ 2028.
ນອກຈາກນັ້ນມີລາຍງານເພີ່ມວ່າ ເຈມ ຈະໄດ້ຮັບຄ່າເມື່ອຍເພີ່ມເປັນ 250,000 ປອນ/ອາທິດ ຈາກການເຊັນສັນຍາ ສະບັບໃຫມ່ດັ່ງກ່າວ.

