ທຳລາຍອາຫານທະເລປົນເປື້ອນສານເຄມີຫລາຍກວ່າ 2 ໂຕນ

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ກົມຕຳຫລວດສິ່ງແວດລ້ອມ, ໄດ້ນໍາສີນຄ້າປະເພດອາຫານທະເລປະກອບມີປາມຶກສົດ ແລະ ແຫ້ງ ທີ່ປົນເປື້ອນສານຟໍມາລີນ ແລະ ໂຊດາໄຟ ຫລາຍກວ່າ 2 ໂຕນ ມູນຄ່າຫຼາຍສິລ້ານກີບ, ມາທໍາລາຍຖີ້ມ ຢູ່ເຂດບ້ານ ຫຼັກ 32 ເມືອງ ໂພນໂຮງ ແຂວງ ວຽງຈັນ. ເຊິ່ງອາຫານ ທະເລດັ່ງກ່າວ, ເຈົ້າໜ້າທີ່ຍຶດໄດ້ໃນວັນທີ 7 ມິຖຸນາ ນີ້, ຈາກ ພໍ່ຄ້າຄົນໜຶ່ງ ອາຍຸ ປະມານ 40 ປີ ທີ່ໄດ້ລັກລອບເອົາເຄື່ອງທະເລດັ່ງກ່າວໃສ່ກະບະລົດວີໂກ ມາແຕ່ວັງວຽງ ພໍມາຮອດເຂດບ້ານ ນາງ່າ ເມືອງ ນາຍຊາຍທອງ ນະຄອນຫລວງວຽງຈັນ, ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າກວດຄົ້ນ ພົບອາຫານທະເລດັ່ງກ່າວ, ພ້ອມນີ້, ເຈົ້າໜ້າທີ່ ຍັງໄປກວດຄົ້ນບ່ອນພັກເຊົາຂອງຜູ້ກ່ຽວ ຢູ່ເຂດບ້ານ ນາງ່າ, ຍັງພົບເຫັນກວດສານເຄມີດັ່ງກ່າວເປັນຈໍານວນຫລາຍຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຜູ້ກ່ຽວຕາມລະບຍບກົດໝາຍ.
ສານເຄມີດັ່ງກ່າວ ຖ້າສູດດົມຫຼືບໍລິໂພກເຂົ້າໄປກໍ່ຈະມີຜົນຕໍລະບົບຫາຍໃຈ ເຮັດໃຫ້ຫາຍໃຈຍາກ,ຖ້າຫາກບໍລິໂພກ ກໍຈະເຮັດໃຫ້ຖອກທ້ອງ, ໝົດສະຕິ ແລະ ເສຍຊີວິດໄດ້.

