ເບື້ອງຫຼັງຄະດີສີສຸກ ດາວເຮືອງ ຈາກເປັນຊ່າງກໍ່ສ້າງຂົວທາງ ຜັນຕົວມາຄ້າຢາເສບຕິດ ຈົນຖືກສານຕັດສິນປະຫານຊີວິດ

ທ້າວ ສີສຸກ ດາວເຮືອງ ຫຼື ເຕື່ອງ ອາຍຸ 45 ປີ ນັກທຸລະກິດຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາ ສານປະ ຊາຊົນນະຄອນຫຼວງວຽງຈັນ ຕັດສິນລົງໂທດປະຫານຊີວິດ ໃນວັນທີ 3 ມີນາ 2022 ສະຖານການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການຊື້-ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ.

ອົງການໄອຍະການ ປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງວ່າ: ພາຍຫຼັງທີ່ ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ປະເທດໄທ ຈັບຕົວໃນຄັ້ງວັນ ທີ 19 ມັງກອນ 2017, ຜ່ານການດຳເນີນຄະດີຂອງທາງການໄທ ທ້າວ ໄຊຊະ ນະ ແກ້ວພິມພາ ໄດ້ໃຫ້ການຊັດທອດວ່າ ທ້າວ ສີສຸກ ດາວເຮືອງ ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຮ່ວມກັບ ທ້າວ ໄຊນູເດັ່ງ (ຄົນມາເລເຊຍ) ຢູ່ເຂດຊາຍແດນພາກໃຕ້ຂອງປະເທດໄທ ຕາມຄຳໃຫ້ການຂອງ ທ້າວ ໄຊຊະ ນະ ແກ້ວພິມພາ ສະບັບລົງວັນທີ 21 ມັງກອນ 2017 ແລະ ມີຫຼັກຖານການໂອນເງິນຄ່າຢາເສບຕິດ ຈາກ ທ້າວ ໄຊນູເດັ່ງ ທີ່ໄດ້ໂອນເງິນມາ ໃຫ້ຈຳເລີຍໂດຍຜ່ານບັນຊີຮ້ານແລກປ່ຽນເງິນຕາ ແຂວງໜອງຄາຍ ປະເທດໄທ ໃນປີ 2015 ຫາ 2016 ລວມເປັນເງິນທັງໝົດ 144.000.000 ບາດ ໂດຍເປັນເງິນຄ່າຢາບ້າ ຈຳນວນ 1.600 ມັດ ເທົ່າກັບ 3.200.000 ເມັດ ນ້ຳໜັກ 320 ກິໂລກຼາມ ທີ່ຈຳເລີຍໄດ້ທຳການຄ້າ-ຂາຍຮ່ວມກັບທ້າວ ໄຊນູເດັ່ງ ໂດຍແມ່ນ ທ້າວ ລັດຊະພົນ ຫຼື ກຸ່ມ ເລັ່ງເປັນຄົນໄປຮັບເອົາເງິນ ແລ້ວເອົາມາມອບໃຫ້ຈຳເລີຍຕາມຂໍ້ມູນຫຼັກຖານທີ່ເຈົ້າໜ້າທີ່ໄທໄດ້ຢືດ ແລະ ກວດໂທລະສັບມືຖືຂອງ ທ້າວ ລັດຊະພົນ ຫຼື ກຸ່ມເລັ່ງ ພົບເຫັນວ່າ ຈໍາເລີຍ ໄດ້ມີການສົນທະນາກ່ຽວກັບການໂອນເງິນແຕ່ລະຄັ້ງກັບ ທ້າວ ລັດຊະພົນ ຜ່ານໂປແກຼມວ໋ອດແອັບ. ນອກຈາກນີ້, ຈໍາເລີຍ ຍັງແມ່ນເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ລະດັບປະເທດ ແລະ ພາກພື້ນ ໂດຍມີການຕິດຕາມຂອງເຈົ້າໜ້າທີ່ຫຼາຍປະເທດ ແລະ ທີ່ສໍາຄັນຈຳເລີຍ ໄດ້ມີການພົວພັນກັບກຸ່ມເຄື່ອຄ່າຍພໍ່ຄ້າຢາເສບຕິດ ຄື: ທ້າວ ຄອນປະສົງ ຫຼື ຊຽງເທີ ແລະ ທ້າວ ໄຊຊະນະ ແກ້ວພິມພາ.

ນອກນັ້ນ, ໃນເວລາຈັບຕົວ ແລະ ກວດຄົ້ນເຄຫາສະຖານເຮືອນຂອງຈຳເລີຍ ຍັງພົບເຫັນຢາໄອສ໌ ນ້ຳໜັກ 12,4 ກຼາມ, ຄັນຊາແຫ້ງນ້ຳໜັກ 29,9 ກຼາມ ແລະ ໃນເວລາຈັບຕົວ ທ້າວ ທົງໄຊ ຍັງພົບຢາອີ ຈຳນວນ 8 ເມັດ, ເຊິ່ງ ເປັນຢາອີຂອງຈຳເລີຍທີ່ໄດ້ມອບໃຫ້ຜູ້ກ່ຽວເປັນຄົນຮັກສາໄວ້ໃຫ້ ແລະ ພົບເຫັນອາວຸດເສິກປະເພດປືນ ພ້ອມດ້ວຍລູກປືນຈຳນວນ 5 ກະບອກ ຕາມບົດບັນທຶກຈັບຕົວ ແລະ ບົດບັນທຶກກວດຄົ້ນເຄຫາ ສະຖານ, ເມື່ອຈຳເລີຍ ໄດ້ເງິນມາຈາກການກະທຳຜິດແລ້ວ ກໍເອົາໄປປ່ຽນຮູບດ້ວຍການຊື້ລົດຫຼູລາຄາແພງມາວາງຂາຍ, ຊື້ທີ່ດິນຈໍານວນຫຼາຍຕອນ ແລະ ເອົາພັນທະບັດມູນຄ່າຫຼາຍຕື້ໃຫ້ບຸກຄົນກູ້ຢືມ ແຕ່ກົງກັນຂ້າມຈໍາເລີຍ ໄດ້ເອົາໃບຕາດິນໄປເປັນຫຼັກຊັບຄ້ຳປະກັນກູ້ຢືມເງິນຈາກທະນາຄານໃນນະຄອນ ຫຼວງວຽງຈັນ ເພື່ອເຊື່ອງອຳຊ້ອນເງື່ອນກ່ຽວກັບທີ່ມາຂອງເງິນເພື່ອເຮັດໃຫ້ເງິນທີ່ໄດ້ມາຈາກການກະທຳຜິດນັ້ນໃຫ້ຖືກຕ້ອງຕາມກົດໝາຍ.

ໃນບົດຖະແຫຼງຂອງອົງການໄອຍາການ ໃຫ້ຮູ້ວ່າ:ໃນປີ 1997 ຈຳເລີຍ ໄດ້ໄປເຮັດວຽກກໍ່ສ້າງຂົວ-ທາງ ໄດ້ເງິນປະມານ 500.000 ບາດ, ປີ 1999 ໄດ້ເປີດຮ້ານສ້ອມແປງລົດຈັກ ແລະ ຮ້ານຂາຍລົດຈັກມືສອງໄດ້ກຳໄລເດືອນລະ 50.000-100.000 ບາດ, ປີ 2002 ໄດ້ເປີດຮ້ານຂາຍລົດໃຫຍ່ ມືສອງ ຊື້ນຳປະຊາຊົນຄັນລະ 100.000-500.000 ບາດ ແລ້ວເອົາມາຂາຍຕໍ່ໄດ້ກຳໄລຄັນ ລະ 50.000-100.000 ບາດ, ປີ 2003 ໄດ້ສ້າງຄອບຄົວກັບ ນາງ ບົວທອງ ໄຕປະດິດ ໃນເວລາແຕ່ງງານມີລົດໃຫຍ່ທີ່ເອົາມາຂາຍປະມານ 10 ຄັນ, ມີເງິນບາດ ຈໍານວນ 8.000.000 ບາດ; ສ່ວນເມຍ ແມ່ນມີລົດກະບະ ໄທເກີແຄັບ 1 ຄັນ, ປີ 2007 ຈຳເລີຍ ໄດ້ເອົາທີ່ດິນພ້ອມເຮືອນຢູ່ບ້ານພະໄຊ ເມືອງສີສັດຕະນາກ ໄປຄ້ຳປະກັນກູ້ຢືມເງິນນຳທະນາຄານພາບລິກ ຈໍານວນ 100.000 ໂດລາສະຫະລັດ ດອກເບ້ຍ 10% ຕໍ່ປີ ແລ້ວມາຊື້ລົດໃຫຍ່ເຂົ້າມາໃນຮ້ານຕື່ມອີກ, ປີ 2011 ໄດ້ໄປກູ້ຢືມເງິນນຳທະຄານພົງສະຫວັນຈຳນວນ 90. 000.000 ບາດກັບ 10 ຕື້ກີບ ດອກເບຍ 12% ຕໍ່ປີ ໂດຍເອົາໃບຕາດິນຈຳນວນ 14 ໃບ ເປັນ ຫຼັກຊັບຄ້ຳປະກັນ, ເງິນທີ່ກູ້ຢືມມາແມ່ນເອົາມາຊື້ລົດໃຫຍ່, ຈໍາເລີຍ ຍັງໄດ້ໂກຕ້າລົດທີ່ຕິດຕັ້ງແກັດຈາກລັດຖະບານເສຍພາສີ 50% ຂອງ ມູນຄ່າພາສີຂອງລັດນໍາເຂົ້າຈາກ ປະເທດອາເມລິກາ, ເຢຍລະມັນ, ໄທ, ຍີ່ປຸ່ນ, ດູໃບ ແລະ ໃຕ້ຫວັນ ຈໍານວນ 200 ກວ່າຄັນ ຄັນລະ 90.000 ຫາ150.000 ໂດລາສະຫະລັດ.

ນອກນີ້, ໄດ້ຊື້ລົດມາຈາກຕ່າງປະເທດທີ່ເສຍພາສີ 100% ຊື້ມາປະມານ 1.000 ຄັນ ແລ້ວນໍາມາຂາຍ ແລະ ເອົາໄປແລກປ່ຽນທີ່ດິນພ້ອມເຮືອນ.

• ປີ 2014, ໄດ້ກູ້ຢືມເງິນນຳທະນາຄານຮ່ວມພັດທະນາ ຈຳນວນ 50.000.000 ບາດ ດອກເບ້ຍ 11% ຕໍ່ປີ ໂດຍເອົາໃບຕາດິນ ຈໍານວນ 9 ໃບ ເປັນຫຼັກຊັບຄ້ຳປະກັນໃນການກູ້ຢືມເງິນ, ພາຍຫຼັງໄດ້ເງິນແລ້ວກໍເອົາໄປຊື້ລົດໃຫຍ່ຈາກຕ່າງປະເທດ ແລະ ນຳໃຊ້ໝູນວຽນຢູ່ໃນບໍລິສັດ.
• ປີ 2015, ໄດ້ກູ້ຢືມເງິນນຳທະນາຄານການຄ້າສາກົນ ຈໍານວນ 32.000.000 ບາດ ດອກເບ້ຍ 11% ຕໍ່ປີ ໂດຍເອົາໃບຕາດິນ ຈໍານວນ 4 ໃບ ໄປເປັນຫຼັກຊັບຄ້ຳປະກັນ, ເມື່ອໄດ້ເງິນແລ້ວກໍເອົາໄປລົງທຶນຊື້ນໍ້າມັນຈາກບໍລິສັດບາງຈາກປະເທດໄທ ນຳເຂົ້າມາຄັ້ງ 1ຈຳນວນ 5 ຄັນລົດ, ນ້ຳມັນທີ່ນຳເຂົ້າມາແມ່ນໄປຂາຍໃຫ້ໂຄງການທົ່ວໄປ ຈຳເລີຍແມ່ນຂາຍໃຫ້ ທ້າວ ອຸ່ນໄຈ ທີ່ເຮັດທາງຢູ່ເມືອງປາກຊັນ ຄັ້ງລະ 2.000.000 ບາດ ຫາ 3.000.000 ບາດ.
• ມາຮອດປີ 2016, ຈຳເລີຍ ໄດ້ກູ້ຢືມເງິນນຳທະນາຄານພົງສະຫວັນ ຕື່ມອີກ ຈຳນວນ 100.000.000 ບາດ ໂດຍໃຫ້ທະນາຄານກຸງສີອາຍຸທະຍາ ສາຂານະຄອນຫຼວງວຽງຈັນ ຊື້ໜີ້ໃຫ້, ຕໍ່ມາໃນເດືອນມັງກອນ 2016, ຍັງໄດ້ກູ້ຢືມນໍາທະນາຄານກຸງສີ ຈຳນວນ 24.000.000 ບາດ ເງິນທີ່ກູ້ຢືມມາ ແມ່ນເອົາໄປບໍລິຫານຊື້ນໍ້າມັນຈາກບໍລິສັດບາງຈາກປະເທດໄທ.

ທ້າວ ສີສຸກ ດາວເຮືອງ ຖືກຈັບຕົວໃນວັນທີ 1 ເມສາ 2017 ພ້ອມ ທ້າວ ທົງໄຊ ແລະ ທ້າວ ວິປະກອນ ເຈົ້າໜ້າທີ່ກວດຄົ້ນລົດແລັງໂລເວີສີດຳ ໝາຍເລກທະບຽນ ຄອ 9999 ພົບເຫັນປືນສັ້ນ P22 ຈຳນວນ 1 ກະບອກ ພ້ອມລູກ 10 ລູກ ຢູ່ໃນປະຕູລົດເບື້ອງຄົນຂັບ ແລະ ກວດຄົ້ນເຮືອນຂອງ ທ້າວ ທົງໄຊ ພົບເຫັນປືນຂອງ ທ້າວ ສີສຸກ ຈໍານວນ 4 ກະບອກ ພ້ອມລູກ ປະມານ 100 ກວ່າລູກ. ນອກນີ້, ຍັງໄດ້ກວດເຮືອນ ທ້າວ ສີສຸກ ພົບເຫັນຢາໄອສ໌ 3 ຖົງນ້ອຍ ນໍ້າໜັກ 12,4 ກຼາມ ແລະ ຄັນຊາແຫ້ງ ຈຳນວນ 1 ຖົງ ນ້ຳໜັກ 29,9 ກຼາມ ໄປດຳເນີນຄະດີ.

ເຫັນວ່າ: ການກະທໍາຂອງ ທ້າວ ສີສຸກ ດາວເຮືອງ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຄິດ, ການຟອກເງິນ, ການຊື້-ຂາຍອາວຸດເສິກ ແລະ ວັດຖຸລະເບີດ ໂດຍບໍ່ໄດ້ຖືກຕ້ອງຕາມກົດໝາຍ ເນື່ອງຈາກວ່າ ຈໍາເລີຍໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດຂ້າມຊາດ. ການກະທຳດັ່ງກ່າວ ໄດ້ແຕະຕ້ອງເຖິງເສດຖະກິດຂອງຊາດ, ລະບຽບການຄວບຄຸມ ແລະ ການປ້ອງກັນການຜະລິດຢາເສບຕິດ, ແຕະຕ້ອງເຖິງຄວາມສະຫງົບຂອງຊາດ, ແຕະຕ້ອງເຖິງກຳມະສິດສ່ວນຕົວຂອງບຸກຄົນອື່ນ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ທັງໆທີ່ຈຳເລີຍກໍມີສະຕິຊຳປະຊັນຍະສົມບູນດີ ແລະ ມີອາຍຸກະສຽນທາງອາຍາຄົບຖ້ວນແລ້ວ, ແຕ່ກໍຍັງຈົງໃຈກະທໍາລົງໄປ ໂດຍບໍ່ເຄົາລົບກົດໝາຍ ຈຶ່ງຖືວ່າຈໍາເລີຍ 1 ໄດ້ກະທຳຜິດຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ ສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2013, ມາດຕາ 64 ວັກ 2 ແລະ ມາດຕາ 77 ວັກ 2 ຂອງກົດໝາຍ ອາຍາ ສະບັບປີ 2005. ເມື່ອສານພິຈາລະນາແລ້ວ ຈຶ່ງເຫັນຄວນລົງໂທດ ທ້າວ ສີສຸກ ດາວເຮືອງ ໃຫ້ປະຕິບັດໂທດປະຫານຊີວິດ. ພ້ອມນີ້, ສານຍັງໄດ້ຕັດສິນຮິບຊັບສິນທີ່ມີສ່ວນກ່ຽວຂ້ອງ ແລະ ໄດ້ມາຈາກການກະທໍາຜິດເຂົ້າເປັນຂອງລັດ ຄື:

• ຮິບລົດເກັງ ແຄມເມລີ 1 ຄັນ,
• ລົດແລນໂລເວີ 1 ຄັນ
• ລົດເກັງ ນິສັນ ເຊັນທາ 2 ຄັນ
• ລົດກະບະ 1 ຄັນ
• ລົດຈັກ 3 ຄັນ ໃນນີ້ BMW 2 ຄັນ

ຮິບວັດຖຸສິ່ງຂອງ, ເງິນ ແລະ ຄຳຮູບປະພັນ ຄື: ເງິນບາດ ຈຳນວນ 7.000 ບາດ, ແຫວນຝັງແກ້ວ ສີຂາວ 1 ວົງ, ສາຍຄໍສີເຫຼືອງລາຍດູກາ 1 ເສັ້ນ ນໍ້າໜັກ 30 ກຼາມ, ແຫວນສີທອງ ຕາສີດຳ ນ້ຳໜັກ 18,2 ກຼາມ 1 ວົງ, ແຫວນສີທອງ ຕາສີຂາວ ນ້ຳໜັກ 2,9 ກຼາມ 1 ວົງ, ແຫວນສີທອງ ຕາສີຂາວ ນ້ຳໜັກ 2,6 ກຼາມ 1 ວົງ, ແຫວນສີທອງ ຕາສີຂາວ ນ້ຳໜັກ 4,8 ກຼາມ 1 ວົງ, ເງິນ ຈໍານວນ 53.840.570.000 ກີບ ຂອງ ທ້າວ ສີສຸກ ດາວເຮືອງ ທີ່ເອົາໃຫ້ ທ້າວ ຈິດຕະກອນ ຫຼື ໂບອີງ ກູ້ຢືມ, ປ້າຍລົດໃຫຍ່ 102 ຄູ່.

ຮິບທີ່ດິນເປົ່າຫວ່າງ 2 ຕອນ, ມີ 2 ໃບຕາດິນ ເນື້ອທີ່ລວມ 1.659 ຕາແມັດ ຢູ່ບ້ານໂພນທັນ ເມືອງໄຊເສດຖາ, ຮິບທີ່ດິນ 1 ຕອນ ເນື້ອທີ່ 23.900 ຕາແມັດ ຕາມໃບຕາດິນເລກທີ 1.936 ເປັນສາງເກັບມ້ຽນນໍ້າມັນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ, ຮິບທີ່ດິນເປົ່າຫວ່າງ 1 ຕອນ ເນື້ອທີ່ດິນ 167 ຕາແມັດ ຕາມໃບຕາດິນເລກທີ 105 ຢູ່ບ້ານດົງປ່າລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ຂ່າວຈາກ: ໜັງສືພິມຄວາມສະຫງົບ